ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ ບັນ​ດາ​ຝ່າຍ​ຢູ່ເຢ​ແມນ ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຄືນ​ໃໝ່

(VOVWORLD) -ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປຊໄດ້ກ່າວຄຳເຫັນສະແດງຄວາມວິຕົກກັງວົນຕໍ່ບັນດາການປະທະກັນຫວ່າງແລ້ວນີ້ຢູ່ ເຢແມນ ກໍ່ຄືການຮັບສະໝັກ ແລະ ນຳໃຊ້ເດັກນ້ອຍເຂົ້າໃນບັນດາເປົ້າໝາຍນຳໃຊ້ຄວາມຮຸນແຮງ, ເລັ່ງອະນຸຍາດໃຫ້ກຸ່ມນັກຊ່ຽວຊານ ສປຊ ໄປປະຕິບັດໜ້າທີ່ຢູ່ໃນກ່ຳປັ່ນ Safer ໂດຍໄວ
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ ບັນ​ດາ​ຝ່າຍ​ຢູ່ເຢ​ແມນ ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຄືນ​ໃໝ່ - ảnh 1ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມກ່ຽວກັບສະພາບການຢູ່ເຢແມນ  

ວັນທີ 15 ກັນຍາ ສະພາຄວາມໝັ້ນຄົງ ສປຊ ໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ ເຢແມນໃນໄລຍະທີ່ຜ່ານມາ, ດ້ວຍການ ອັບເດດບົດລາຍງານສະພາບການຂອງທ່ານ Martin Griffiths  ທູດພິເສດຂອງ ເລຂາທິການໃຫຍ່ ສປຊ ແລະ ທ່ານ Mark Lowcock ຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນດາບັນຫາມະນຸດສະທຳ. ທີ່ກອງປະຊຸມ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຢູ່ ເຢແມນຢຸດຕິການປະທະກັນ ແລະ ເຊື່ອມຕໍ່ການເຈລະຈາສັນຕິພາບຄືນໃໝ່.

        ທ່ານ ດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປຊໄດ້ກ່າວຄຳເຫັນສະແດງຄວາມວິຕົກກັງວົນຕໍ່ບັນດາການປະທະກັນຫວ່າງແລ້ວນີ້ຢູ່ ເຢແມນ ກໍ່ຄືການຮັບສະໝັກ ແລະ ນຳໃຊ້ເດັກນ້ອຍເຂົ້າໃນບັນດາເປົ້າໝາຍນຳໃຊ້ຄວາມຮຸນແຮງ, ເລັ່ງອະນຸຍາດໃຫ້ກຸ່ມນັກຊ່ຽວຊານ ສປຊ ໄປປະຕິບັດໜ້າທີ່ຢູ່ໃນກ່ຳປັ່ນ Safer ໂດຍໄວ, ກະກຽມຊຸກຍູ້ໃຫ້ບັນດາຝ່າຍປະຕິບັດຂໍ້ຕົກລົງ Stockholm ແລະ ຂໍ້ຕົກລົງ Ryadh ຢ່າງເຂັ້ມງວດ, ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງທູດພິເສດຂອງເລຂາທິການໃຫຍ່ກ່ຽວກັບເຢແມນ ແລະ ບັນດາອົງການຂອງ ສປຊ ໃນການຊຸກຍູ້ວິທີການແກ້ໄຂດ້ານການເມືອງຢ່າງຮອບດ້ານໃຫ້ແກ່ເຢແມນ.

ຕອບກັບ

ຂ່າວ/ບົດ​ອື່ນ