ຫວຽດນາມ ຮຽກຮ້ອງໃຫ້ ສປຊ ສ້າງຍຸດທະສາດຍາວນານໃນການສະກັດກັ້ນການປະທະກັນ

(VOVWORLD) - ເມື່ອເຕື້ອງເຖິງສະພາບການພາກພື້ນ ອາຊີ - ປາຊີຟິກ, ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງງາ ຢັ້ງຢືນທັດສະນະຂອງ ຫວຽດນາມ ສະໜັບສະໜູນການສ້າງແຫຼມ ເກົາຫຼີ ປອດນິວເຄຼຍ ໂດຍສັນຕິວິທີ
ຫວຽດນາມ ຮຽກຮ້ອງໃຫ້ ສປຊ ສ້າງຍຸດທະສາດຍາວນານໃນການສະກັດກັ້ນການປະທະກັນ - ảnh 1 ທ່ານນາງ ຫງວຽນເຟືອງງາ

ກ່າວຄຳເຫັນໃນວາລະປຶກສາຫາລືເປິດດ້ວຍຫົວຂໍ້ “ບັນດາສິ່ງທ້າທາຍປະຈຸບັນ ສັບສົນຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ” ໂດຍສະພາຄວາມໝັ້ນຄົງ ສປຊ ຈັດຕັ້ງໃນວັນທີ 20 ທັນວາ, ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ສປຊ, ຖືວ່າ: ສປຊ ຄວນສ້າງຍຸດທະສາດຍາວນານ ແລະ ຮອບດ້ານກ່ຽວກັບການສະກັດກັ້ນການປະທະກັນ ແລະ ຮັກສາສັນຕິພາບ. ໃນນັ້ນ, ສະພາຄວາມໝັ້ນຄົງ ສປຊ ຄວນເສີມຂະຫຍາຍຄວາມຮັບຜິດຊອບຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ທ່ານນາງເອກອັກຄະລັດຖະທູດ ຢັ້ງຢືນລັກສະນະເປັນເອກະພາບໃນສະພາຄວາມໝັ້ນຄົງ ສປຊ ມີບົດບາດຕັດສິນໃນວິວັດການອອກຄຳຕັດສິນ ແລະ ປະຕິກິລິຍາລວມໝູ່ຕໍ່ບັນດາບັນຫາຄວາມໝັ້ນຄົງສາກົນ, ສະໜັບສະໜູນການປະຕິຮູບ ສະພາຄວາມໝັ້ນຄົງ ສປຊ ຕາມທິດເພີ່ມລັກສະນະເປັນຕົວແທນ, ປະຊາທິປະໄຕ, ໂປ່ງໃສ ແລະ ມີຄວາມຮັບຜິດຊອບກ່ວາ, ຮັບປະກັນປະຕິບັດປະສິດທິຜົນພາລະກຳຂອງຕົນ.

        ເມື່ອເຕື້ອງເຖິງສະພາບການພາກພື້ນ ອາຊີ - ປາຊີຟິກ, ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງງາ ຢັ້ງຢືນທັດສະນະຂອງ ຫວຽດນາມ ສະໜັບສະໜູນການສ້າງແຫຼມ ເກົາຫຼີ ປອດນິວເຄຼຍ ໂດຍສັນຕິວິທີ, ຮຽກຮ້ອງບັນດາຝ່າຍກ່ຽວຂ້ອງລະງັບໃຈ ແລະ ເຄົາລົບບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ ຢ່າງຄົບຖ້ວນ. ທ່ານນາງ ເອກອັກຄະລັດຖະທູດ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ, ຮຽກຮ້ອງບັນດາຝ່າຍກ່ຽວຂ້ອງລະງັບໃຈ ແລະ ແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ, ເຄົາລົບບັນດາວິວັດການການທູດ ແລະ ນິຕິກຳໂດຍສັນຕິວິທີ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC). ທ່ານນາງເອກອັກຄະລັດຖະທູດ ເນັ້ນໜັກວ່າ ຜ່ານຮ່າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ບັນດາຝ່າຍກ່ຽວຂ້ອງຄວນຊຸກຍູ້ການເຈລະຈາແທດຈິງເພື່ອສ້າງ COC ມີລັກສະນະເປັນໄປໄດ້ ແລະ ຜູກມັດດ້ານກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ