ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ ອິດ​ສະ​ຣາ​ແອັນ ຍົກ​ເລີກ​ຄຳ​ສັ່ງ​ປິດ​ລ​້ອມ, ສ້າງ​ເງື່ອນ​ໄຂ​ແກ່​ການ​ສຳ​ຜັດ​ກັບ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ ແລະ ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້ຊາວ ປາ​ແລັດ​ສະ​ຕິນ

(VOVWORLD) - ວັນທີ 29 ກັນຍາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປະຈຳໄລຍະກ່ຽວກັບສະພາບການຢູ່ ຕາເວັນອອກກາງ. ທ່ານ Tor Wennesland ຜູ້ປະສານງານພິເສດຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບວິວັດການສ້າງສັນຕິພາບຢູ່ ຕາເວັນອອກກາງ ໄດ້ເຂົ້າຮ່ວມ ແລະ ລາຍງານທີ່ກອງປະຊຸມ.
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ ອິດ​ສະ​ຣາ​ແອັນ ຍົກ​ເລີກ​ຄຳ​ສັ່ງ​ປິດ​ລ​້ອມ, ສ້າງ​ເງື່ອນ​ໄຂ​ແກ່​ການ​ສຳ​ຜັດ​ກັບ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ ແລະ ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້ຊາວ ປາ​ແລັດ​ສະ​ຕິນ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງທີ່ເພີ່ມຂຶ້ນ ດ້ວຍຈຳນວນຜູ້ເສຍຊີວິດນັບມື້ນັບຫຼາຍຂຶ້ນ ແລະ ມີຄວາມສ່ຽງປີນຂັ້ນໄດກາຍເປັນການປະທະກັນ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນຢ່າງສຸດຂີດ, ວາງອອກມາດຕະການປົກປ້ອງສາມັນຊົນ, ພິເສດແມ່ນແມ່ຍິງ ແລະ ເດັກຍິງ, ສ້າງເງື່ອນໄຂສະດວກແກ່ການສົນທະນາ ແລະ ເຈລະຈາ.

        ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍສະແດງຄວາມວິຕົກກັງວົນຕໍ່ບັນດາການເຄື່ອນໄຫວຕັ້ງຖິ່ນຖານຂອງ ອິດສະຣາແອັນ ຢູ່ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ລະເມີດກົດໝາຍສາກົນ ແລະ ມະຕິສະບັບອື່ນທີ່ກ່ຽວຂ້ອງຂອງ ສປຊ, ເຮັດໃຫ້ແງ່ຫວັງຂອງການວິທີການແກ້ໄຂຂອງສອງ ລັດ ຖືກອ່ອນແອລົງ. ພ້ອມດຽວກັນນັ້ນ, ທ່ານກໍມີຄວາມວິຕົກກັງວົນຕໍ່ສະພາບການເສດຖະກິດສັງຄົມ ແລະ ມະນຸດສະທຳ ທີ່ນັບມື້ນັບຮ້າຍແຮງລົງຢູ່ເຂດ ກາຊາ.

ນັກຂ່າວ VOV ປະຈຳ ອາເມລິກາ.


ຕອບກັບ

ຂ່າວ/ບົດ​ອື່ນ