ຫວຽດ​ນາມ ຮຽກ​ຮ້ອງໃຫ້ ໄຕ້​ຫວັນ (ຈີນ) ບໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຊ້ອມ​ຮົບ​ຍິງ​ປືນ​ແທ້​ຢູ່​ເ​ຂດ​ທະ​ເລ​ຂຶ້ນ​ກັບ​ໝູ່​ເກາະ​ ເຈື່ອງ​ຊາ ຂອງ ຫວຽດ​ນາມ ອີກ​ຕໍ່​ໄປ

(VOVWORLD) - ຫວຽດນາມ ມີຫຼັກຖານດ້ານນິຕິກຳ ແລະ ປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນສຳລັບໝູ່ເກາະເຈື່ອງຊາ. 
ຫວຽດ​ນາມ ຮຽກ​ຮ້ອງໃຫ້ ໄຕ້​ຫວັນ (ຈີນ) ບໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຊ້ອມ​ຮົບ​ຍິງ​ປືນ​ແທ້​ຢູ່​ເ​ຂດ​ທະ​ເລ​ຂຶ້ນ​ກັບ​ໝູ່​ເກາະ​ ເຈື່ອງ​ຊາ ຂອງ ຫວຽດ​ນາມ ອີກ​ຕໍ່​ໄປ - ảnh 1ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: laodong.vn)

ວັນທີ 08 ມິຖຸນາ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ເມື່ອຖືກຖາມກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ສຳລັບເລື່ອງ ວັນທີ 7 ມິຖຸນາ, ໄຕ້ຫວັນ (ຈີນ) ໄດ້ດຳເນີນການຊ້ອມຮົບຍິງປືນແທ້ຢູ່ເຂດທະເລ ອ້ອມຮອບເກາະ ບາບິ່ງ, ຂຶຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ. ທ່ານນາງ ຟ້າມທູຮັ່ງ  ຊີ້ແຈ້ງວ່າ: ຫວຽດນາມ ມີຫຼັກຖານດ້ານນິຕິກຳ ແລະ ປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຂອງຕົນສຳລັບໝູ່ເກາະເຈື່ອງຊາ. ເລື່ອງ ໄຕ້ຫວັນ (ຈີນ) ດຳເນີນການຊ້ອມຮົບຍິງລູກປືນແທ້ ຢູ່ເຂດທະເລອ້ອມຮອບເກາະ ບາບິ່ງ ຂຶ້ນກັບໝູ່ເກາະເຈື່ອງຊາ ຂອງ ຫວຽດນາມ ແມ່ນການກະທຳຜິດກົດໝາຍອະທິປະໄຕຂອງ ຫວຽດນາມ, ນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນເຮືອ ຢ່າງຮ້າຍແຮງ; ກໍ່ຄວາມເຄັ່ງຕຶງ ແລະ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກສັບສົນຂຶ້ນຕື່ມ. ຫວຽດນາມ ເດັດດ່ຽວຄັດຄ້ານ ແລະ ຮຽກຮ້ອງໃຫ້ ໄຕ້ຫວັນ ຈົ່ງຍົກເລີກການເຄື່ອນໄຫວຜິດກົດໝາຍດັ່ງກ່າວ ແລະ ບໍ່ໃຫ້ມີການກະທຳຜິດກົດໝາຍທີ່ຄ້າຍຄືກັນອີກຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ