ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ຈີນ​ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ຕໍ່​ໝູ່​ເກາະ​ຮ່​ວາງ​ຊາ

(VOVWORLD) - ຕາມທ່ານຮອງໂຄສົກກະຊວງການຕ່າງປະເທດ, “ສິ່ງທີ່ເອີ້ນວ່າຄຳສັ່ງຫ້າມຫາປາ”, ໄດ້ລະເມີດອະທິປະໄຕຂອງ ຫວຽດນາມ ຕໍ່ໝູ່ເກາະຮ່ວາງຊາ...
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ຈີນ​ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ຕໍ່​ໝູ່​ເກາະ​ຮ່​ວາງ​ຊາ - ảnh 1ທ່ານຮອງໂຄສົກກະຊວງການຕ່າງປະເທດ ດ່ວານຄັກວຽດ (ພາບ: baochinhphu.vn)

ຕອນບ່າຍວັນທີ 20 ເມສາ, ຢູ່ຮ່າໂນ້ຍ, ໃນການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ໂດຍຕອບຄຳຖາມຕໍ່ປະຕິກິລິຍາຂອງ ຫວຽດນາມ ຕໍ່ອັນທີ່ໄດ້ເອີ້ນວ່າ ຄຳສັ່ງຫ້າມຫາປາຂອງຈີນ ຢູ່ທະເລຕາເວັນອອກໃນລະຫວ່າງວັນທີ 1 ພຶດສະພາ ຫາວັນທີ 16 ສິງຫາ, ທ່ານຮອງໂຄສົກກະຊວງການຕ່າງປະເທດ ດ່ວານຄັກວຽດ ໄດ້ຊີ້ແຈ້ງຫຼັກໝັ້ນຂອງ ຫວຽດນາມ ຕໍ່ສິ່ງທີ່ເອີ້ນວ່າ “ຄຳສັ່ງຫ້າມຫາປາ” ເຊິ່ງ ຈີນປະກາດໃຊ້ແບບຜິດກົດໝາຍແບບພຽງລຳພັງຝ່າຍດຽວ ຢູ່ທະເລຕາເວັນອອກ ແມ່ນສະເໝີຕົ້ນສະເໝີປາຍ ແລະ ໄດ້ຢັ້ງຢືນຢ່າງຈະແຈ້ງໃນຊຸມປີຜ່ານມາ.

ຕາມທ່ານຮອງໂຄສົກກະຊວງການຕ່າງປະເທດ, “ສິ່ງທີ່ເອີ້ນວ່າຄຳສັ່ງຫ້າມຫາປາ”, ໄດ້ລະເມີດອະທິປະໄຕຂອງ ຫວຽດນາມ ຕໍ່ໝູ່ເກາະຮ່ວາງຊາ, ອຳນາດອະທິປະໄຕ, ສິນອຳນາດສານຂອງ ຫວຽດນາມຕໍ່ບັນດາເຂດທະເລ, ເຂດເສດຖະກິດຈຳເພາະທີ່ໄດ້ກຳນົດຕາມສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ທ່ານຮອງໂຄສົກກະຊວງການຕ່າງປະເທດ ດ່ວານຄັກວຽດ ເນັ້ນໜັກວ່າ ຫວຽດນາມ ຮຽກຮ້ອງໃຫ້ ຈີນມີຄວາມເຄົາລົບອະທິປະໄຕຂອງ ຫວຽດນາມ ຕໍ່ຮ່ວາງຊາ, ອຳນາດອະທິປະໄຕ, ອຳນາດສານຕໍ່ບັນດາເຂດທະເລ ຂອງ ຫວຽດນາມ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ເຂດທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ