ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຢູ່ ໂຊ​ມາ​ລີ ແກ້​ໄຂ​ບັນ​ດາ​ຄວາມ​ແຕກ​​ຕ່າງ​ກັນ, ຕັ້ງ​ຜົນ​ປະ​ໂຫຍດ​ຂອງ​​ຊາດ​ຢູ່ເໜ​ື​ອ​ກ່​ວາ​ສິ່ງ​ໃດ​ໝົດ

(VOVWORLD) -ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງສາມັກຄີກັນ,ສຸມໃສ່ມານະພະຍາຍາມໃຫ້ແກ່ບັ້ນຕໍ່ສູ້ຕ້ານການກໍ່ການຮ້າຍ, ໂລກລະລາດໂຄວິດ - 19, ໂລກລະບາດ, ໄພທຳມະຊາດ ແລະ ບັນດາຄວາມຫຍຸ້ງຍາກ ກ່ຽວກັບເສດຖະກິດ ສັງຄົມ ກໍ່ຄືບັນດາຄວາມສ່ຽງຕ່າງໆຕໍ່ສັນຕິພາບ ແລະ ການພັດທະນາແບບຍືນຍົງ.
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຢູ່ ໂຊ​ມາ​ລີ ແກ້​ໄຂ​ບັນ​ດາ​ຄວາມ​ແຕກ​​ຕ່າງ​ກັນ, ຕັ້ງ​ຜົນ​ປະ​ໂຫຍດ​ຂອງ​​ຊາດ​ຢູ່ເໜ​ື​ອ​ກ່​ວາ​ສິ່ງ​ໃດ​ໝົດ - ảnh 1ກອງປະຊຸມຮັບຟັງບົດລາຍງານກ່ຽວກັບສະພາບການ ຢູ່ ໂຊມາລີ (ພາບ: TTXVN)

ວັນທີ 17 ກັນຍາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມຮັບຟັງບົດລາຍງານກ່ຽວກັບສະພາບການ ຢູ່ ໂຊມາລີ. ກ່າວຄຳຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໄດ້ແບ່ງປັນຄວາມສົນໃຈຂອງປະຊາຄົມສາກົນ, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ ກ່ຽວກັບຄວາມບໍ່ລົງລອຍກັນ ຢູ່ ໂຊມາລີ, ຮັບຮູ້ເລື່ອງບັນດາການນຳ ໂຊມາລີ ໄດ້ສະແດງຄວາມພ້ອມທີ່ຈະເຈລະຈານຳກັນ. ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກວ່າ ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງສາມັກຄີກັນ,ສຸມໃສ່ມານະພະຍາຍາມໃຫ້ແກ່ບັ້ນຕໍ່ສູ້ຕ້ານການກໍ່ການຮ້າຍ, ໂລກລະລາດໂຄວິດ - 19, ໂລກລະບາດ, ໄພທຳມະຊາດ ແລະ ບັນດາຄວາມຫຍຸ້ງຍາກ ກ່ຽວກັບເສດຖະກິດ ສັງຄົມ ກໍ່ຄືບັນດາຄວາມສ່ຽງຕ່າງໆຕໍ່ສັນຕິພາບ ແລະ ການພັດທະນາແບບຍືນຍົງ. ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອງຖືວ່າ ປັດຈຸບັນ, ບັນດາຝ່າຍຕ້ອງຊອກຫາວິທີການແກ້ໄຂບັນດາຄວາມແຕກຕ່າງກັນ,ເຂົ້າຮ່ວມການເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ບົນຈິດໃຈສ້າງສາ ແລະ ມານະພະຍາຍາມກ່ວາອີກ ເພື່ອມຸ່ງໄປເຖິງຄວາມເຫັນດີເຫັນພ້ອມດ້ານການເມືອງ ໃນການຈັດຕັ້ງການເລືອກຕັ້ງບົນພື້ນຖານຂໍ້ຕົກລົງທີ່ບັນລຸໄດ້ໃນວັນທີ 27 ພຶດສະພາທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ