ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ ໜູນ​ຊ່ວຍ ຊີ​ຣີ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ວັນທີ 27 ຕຸລາ, ສະພາຄວາມໝັ້ດນຄົງ, ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍປະຈຳເດືອນ ກ່ຽວກັບສະພາບການຢູ່ ຊີຣີ. 
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ ໜູນ​ຊ່ວຍ ຊີ​ຣີ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1 ກອງປະຊຸມທາງອອນລາຍປະຈຳເດືອນ ກ່ຽວກັບສະພາບການຢູ່ ຊີຣີ 

ນະທີ່ນີ້, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມທະວີການໜູນຊ່ວຍ ຊີຣີ ໃນການຮັບມືກັບໂລກລະບາດໂຄວິດ - 19 ພ້ອມທັງແກ້ໄຂບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ.

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບບັນດາສິ່ງທ້າທາຍ ເຊິ່ງ ປະຊາຊົນ ຊີຣີ ນັບລ້ານຄົນພວມຕ້ອງປະເຊີນໜ້າ, ພິເສດແມ່ນ ການເສຍຊີວິດຂອງສາມັນຊົນ ຊຶ່ງເກີດມາຈາກການປະທະກັນ ແລະ ຜົນກະທົບຂອງວິກິດການດ້ານເສດຖະກິດ ແລະ ໂລກລະບາດໂຄວິດ - 19 ທີ່ມີຕໍ່ສະພາບການມະນຸດສະທຳ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ເນັ້ນໜັກເຖິງຄວາມຕ້ອງການທີ່ຈຳເປັນ 2 ປະການ ເພື່ອແນໃສ່ໜູນຊ່ວຍປະຊາຊົນ ຊີຣີ  ເຊິ່ງລວມມີ ການຊອກຫາມາດຕະການທາງການເມືອງຢ່າງຮອບດ້ານ ແລະ ເພີ່ມທະວີການຊ່ວຍເຫຼືອມະນຸດສະທຳໃນສະພາບການປັດຈຸບັນ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ກໍເນັ້ນໜັກເຖິງເລື່ອງ ບັນດາຝ່າຍຕ້ອງມີຄວາມຮັບຜິດຊອບຮັບປະກັນການຊ່ວຍເຫຼືອມະນຸດສະທຳຢ່າງທັນການ ແລະ ຮຽກຮ້ອງໃຫ້ປະຊາຄົມສາກົນ ກຽມພ້ອມຮັບມືກັບຄວາມຕ້ອງການມະນຸດສະທຳທີ່ມີທ່າອ່ຽງເພີ່ມຂຶ້ນສູງໃນລະດູໜາວຈະມາເຖິງນີ້.


ຕອບກັບ

ຂ່າວ/ບົດ​ອື່ນ