ຫວຽດນາມ ຮຽກຮ້ອງໃຫ້ຝ່າຍຈີນ ຍຸບເລີກບັນດາການເຄື່ອນໄຫວທີ່ຜິດພາດໃນທັນທີ່

ຫວຽດນາມ ຮຽກຮ້ອງໃຫ້ຝ່າຍຈີນ ຍຸບເລີກບັນດາການເຄື່ອນໄຫວທີ່ຜິດພາດໃນທັນທີ່ - ảnh 1
(​ໂຄສົກ​ກະຊວງການ​ຕ່າງປະ​ເທດ​ຫວຽດນາມ ​ເລືອ​ງ​ແທງ​ຫງິ້)
(vovworld) -     ວັນ​ທີ 14/01/2013, ​​ເມື່ອຕອບຄຳ​ຖາມ​ຂອງນັກ​ຂ່າວ​ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ຕໍ່ການ​ເຄື່ອນ​ໄຫວ​ຈຳນວນ​ໜຶ່ງ​ຂອງ​ຈີນ ​ຢູ່​ທະ​ເລຕາ​ເວັນ​ອອກ ໃນ​ໄລຍະຜ່ານ​ມາ​, ພິ​ເສດ​ແມ່ນ​ເລື່ອງ​ປະກາດ​ຢ່າງ​ເປັນ​ມາງ​ການ​ເນື້ອ​ໃນ ​ແລະ ນຳ​ເຂົ້າ​ມີ​ຜົນ​ສັກສິດ​ “ກົດ​ລະບຽບ​ຄຸ້ມ​ຄອງຄວາມ​ໝັ້ນຄົງ​ປ້ອງ​ກັນຊາ​ຍ​ແດນ​ຢູ່ແຄມທະ​ເລ​​ໄຮ່ນານ” ຢ່າງ​ເປັນ​ທາງ​ການ, ​ເລື່ອງຈັດ​ຕັ້ງ​ການ​ຊ້ອມ​ຮົບ​ຢູ່​ເກາະ ກວາງ​ຮ່ວາ (Quang Hòa), ຂຶ້ນ​ກັບ​ໝູ່​ເກາະ​ຮວ່າງ​ຊາ ​ແລະ ​ເລື່ອງ​ເປີດ​ນຳ​ໃຊ້​ ​ແລະ ສະໜອງບໍລິການ​ໂທລະສັບ 3G, CDMA ຢູ່​ເກາະ ຈື້ທາ​ບ (Chữ Thập), ທີ່ຂຶ້ນ​ກັບ​ໝູ່​ເກາະ​ເຈື່ອງ​ຊາ​ ຂອງ​ຫວຽດນາມ, ກໍ​ຄື​ເລື່ອງອະນຸມັດ​​ “ແຜນ​ຜັງທະນາ​ການທ່ອງທ່ຽວ​ດ້ວຍກໍ່າ​ປັ່ນ​​ໂດຍສານ​ຢູ່​ນະຄອນຊານ​ຢາ 2012 - 2022” ​ໃນ​ນັ້ນ​ມີ​ບັນດາ​ສາຍ​ທ່ອງ​ທ່ຽວ​ໄປ​ເຖິງ​ໝູ່​ເກາະ​ຮ່ວາງ​ຊາ, ​ໂຄສົກ​ກະຊວງການ​ຕ່າງປະ​ເທດ​ຫວຽດນາມ ​ເລືອ​ງ​ແທງ​ຫງິ້ ຢືນຢັນ​ວ່າ: “ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຂອງ​ຝ່າຍ​ຈີນ ​ໄດ້​ລະ​ເມີດ​ອະທິປະ​ໄຕ, ສິດ​ອະທິປະ​ໄຕ ​ແລະ​ ສິດ​ຕັດສິນ​ຂອງ​ຫວຽດນາມ ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ສອງ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຢ່າງ​ຮ້າຍ​ແຮງ, ​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກສັບ​ສົນ​ຂຶ້ນ​ຕື່ມ, ​ຜິດ​ກັບ​ຈິດ​ໃຈ DOC (ຂໍ້​ກຳນົດ​ກ່ຽວ​ກັບການ​ປະພຶດ​ຊອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ), ບໍ່​ມີ​ຜົນ​ປະ​​ໂຫຍ​ດ​ໃຫ້​ແກ່​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ການ​ພົວພັນ​ລະ​ຫວ່າງ​ຫວຽດນາມ - ຈີນ. ຫວຽດນາມ ຕັດສິນ​ໃຈ​ຄັດ​ຄ້ານ ​ແລະ ຮຽກຮ້ອງ​​ໃຫ້​ຝ່າຍ​ຈີນ ຍຸບ​ເລີກ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຜິດພາດ​ດັ່ງກ່າວ​ໃນ​ທັນ​ທີ່.
ຂ່າວ/ບົດ​ອື່ນ