ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ຮ່ວ​ມ​ແຮງ​ຮ່ວມ​ໃຈ, ​ຮ່ວມ​ມື​ເພື່ອ​ກາ​ນ​ພັດ​ທະ​ນາ​ແບບ​​ຍືນ​ຍົງ​ຂອງ​ເສດ​ຖະ​ກິດ​ມະ​ຫາ​ສະ​ໝຸດ

(VOVWORLD) -ກອງປະຊຸມສາກົນ ກ່ຽວກັບເສດຖະກິດມະຫາສະໝຸດແບບຍືນຍົງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໄດ້ໄຂຂຶ້ນໃນວັນທີ 12 ພຶດສະພາ ຢູ່ຮ່າໂນ້ຍ ຕາມແບບເຊິ່ງໜ້າ ແລະ ທາງໄກ, ເພື່ອແນໃສ່ມຸ່ງໄປເຖິງການຕອບສະໜອງວັນມະຫາສະໝຸດໂລກ 2022 ດ້ວຍຫົວຂໍ້ “ຟື້ນຟູພ້ອມກັບການກະທຳເພື່ອມະຫາສະໝຸດ” ແລະ ຜັນຂະຫຍາຍຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຢູ່ COP26 ຜ່ານມາ.

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້​ຮ່ວ​ມ​ແຮງ​ຮ່ວມ​ໃຈ, ​ຮ່ວມ​ມື​ເພື່ອ​ກາ​ນ​ພັດ​ທະ​ນາ​ແບບ​​ຍືນ​ຍົງ​ຂອງ​ເສດ​ຖະ​ກິດ​ມະ​ຫາ​ສະ​ໝຸດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທ່ງກ່າວຄຳເຫັນໄຂກອງປະຊຸມ (ພາບ: VOV5)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລວັນແທ່ງ ຊີ້ແຈ້ງວ່າ, ການພັດທະນາເສດຖະກິດມະຫາສະໝຸດແບບຍືນຍົງ, ຂໍ້ຈຳກັດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດເປັນຄຳສັ່ງສຳລັບພວກເຮົາ. ໂດຍຕາງໜ້າໃຫ້ລັດຖະບານ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ພ້ອມກັນຮ່ວມແຮງຮ່ວມໃຈມີການກະທຳເພື່ອມວນມະນຸດ ກໍຄື ການມີຊີວິດຢູ່ໃນໂລກ ຕໍ່ສິ່ງທ້າທາຍຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນ.

        “ໂດຍເປັນໜຶ່ງໃນບັນດາປະເທດໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກນ້ຳທະເລຂຶ້ນ, ຫວຽດນາມ ມີຄວາມເຂົ້າໃຈຢ່າງຈະແຈ້ງຕໍ່ຄຸນຄ່າຂອງການພັດທະນາເສດຖະກິດມະຫາສະໝຸດແບບຍືນຍົງ. ພວກຂ້າພະເຈົ້າຈະພະຍາຍາມຮ່ວມມືພ້ອມກັບບັນດາປະເທດໃນການແກ້ໄຂ ແລະ ຮັບມືກັບສິ່ງທ້າທາຍທົ່ວໂລກ ເພື່ອທະເລຂຽວໃສ ແລະ ເພື່ອພື້ນຖານເສດຖະກິດຍຶນຍົງ”.

        ກອງປະຊຸມດັ່ງກ່າວຈະດຳເນີນໄປຮອດວັນທີ 13 ພຶດສະພາ ຈຶ່ງອັດລົງ ດ້ວຍຫຼາຍວາລະປຶກສາຫາລື, ມີການເຂົ້າຮ່ວມຂອງຜູ້ຕາງໜ້າ 70 ປະເທດ (ລວມມີບັນດາປະເທດ ແຄມທະລາ, ປະເທດກຳລັງພັດທະນາທີ່ມີທະເລ ແລະ ປະເທດເກາະນ້ອຍ; ບັນດາປະເທດ ອາຊຽນ ແລະ ບັນດາປະເທດ ພັດທະນາ); ບັນດາອົງການຈັດຕັ້ງສາກົນ, ອົງການຂອງ ສປຊ ປະຈຳ ຫວຽດນາມ, ບັນດາອົງການຈັດຕັ້ງບໍ່ຂຶ້ນກັບ ລັດຖະບານ; ບັນດານັກຊ່ຽວຊານ ແລະ ນັກວິທະຍາສາດ.

 Anh Huyen

ຕອບກັບ

ຂ່າວ/ບົດ​ອື່ນ