ຫວຽດ​ນາມ ເຂົ້າ​ຮ່ວມ AMM – 54 ດ້ວຍ​ຂໍ້​ສະ​ເໜີ ແລະ ຂໍ້​ລິ​ເລີ່ມຫຼາຍ​ຢ່າງ

(VOVWORLD) -ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ , ຫົວໜ້າເຈົ້າໜ້າທີ່ອາວຸໂສ ອາຊຽນ ຫວຽດນາມ ໄດ້ແລກປ່ຽນກັບສື່ມວນຊົນກ່ຽວກັບບັນດາຈຸດພົ້ນເດັ່ນ ກໍ່ຄືບັນດາຂໍ້ລິເລີ່ມ, ຂໍ້ສະເໜີຂອງ ຫວຽດນາມ ທີ່ກອງປະຊຸມ.



ຫວຽດ​ນາມ ເຂົ້າ​ຮ່ວມ AMM – 54 ດ້ວຍ​ຂໍ້​ສະ​ເໜີ ແລະ ຂໍ້​ລິ​ເລີ່ມຫຼາຍ​ຢ່າງ - ảnh 1ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ , ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ອາຊຽນ ຫວຽດນາມ (ພາບ: TTXVN)

ພາຍຫຼັງການເຮັດວຽກມາເປັນເວລາ 5 ວັນຢ່າງມີປະສິດທິຜົນ ແລະ ຕັ້ງໜ້າ (ນັບແຕ່ວັນທີ 2 -6 ສິງຫາ 2021), ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 54 ດຳເນີນແບບທາງໄກ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ເຊິ່ງບັນລຸໄດ້ໝາກຜົນຫຼາຍຢ່າງ. ກອງປະຊຸມລວມມີ ກ່ວາ 20 ກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືໃນຂອບເຂດ ອາຊຽນ +1, ອາຊຽນ+3, ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS) ແລະ ເວທີປາໄສໃນພາກພື້ນ ອາຊຽນ (ARF).

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ , ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ ອາຊຽນ ຫວຽດນາມ ໄດ້ແລກປ່ຽນກັບສື່ມວນຊົນກ່ຽວກັບບັນດາຈຸດພົ້ນເດັ່ນ ກໍ່ຄືບັນດາຂໍ້ລິເລີ່ມ, ຂໍ້ສະເໜີຂອງ ຫວຽດນາມ ທີ່ກອງປະຊຸມ.

ທ່ານ ຫງວຽນກ໊ວກຢຸງ ໃຫ້ຮູ້ວ່າ, ຫວຽດນາມ ເຂົ້າຮ່ວມ AMM – 54 ດ້ວຍຖານະເປັນປະທານປະຕິບັດສຳເລັດໜ້າທີ່ດຳລົງຕຳແໜ່ງເປັນປະທານອາຊຽນ 2020 ດ້ວຍຂໍ້ສະເໜີ ແລະ ຂໍ້ລິເລີ່ມຫຼາຍຢ່າງ. ຕາມຄວາມຈິງແລ້ວ, ບັນດາຂໍ້ສະເໜີ, ຂໍ້ລິເລີ່ມ ໂດຍຫວຽດນາມ ຍົກອອກມາໃນປີ 2020 ໄດ້ຮັກສາໃນບັນດາໂຄງການດຳເນີນງານຂອງ ອາຊຽນ, ໃນນັ້ນພິເສດແມ່ນບັນຫາ ຕິດພັນການຮ່ວມມືອະນຸພາກພື້ນ ກັບບັນດາໂຄງການ່ຮວມມືຂອງ ອາຊຽນ.

ຕາມທ່ານ ຫງວຽນກ໊ວກຢຸງ ແລ້ວ, ກອງປະຊຸມຄັ້ງນີ້ ໄດ້ດຳເນີນໃນຈຸດເວລາພິເສດ, ອາຊຽນພວມປະເຊີນໜ້າກັບສິ່ງທ້າທາຍນາໆປະການ, ອາດເວົ້າໄດ້ວ່າມີຄວາມຫຍຸ້ງຍາກທີ່ສຸດ. ນັ້ນແມ່ນການແຜ່ລະບາດຮອບໃໝ່ຂອງໂລກລະບາດໂຄວິດ - 19, ກໍ່ຄືການແກ້ງແຍ່ງດ້ານຍຸດທະສາດທີ່ນັບມື້ນັບຮ້າຍແຮງລະຫວ່າງບັນດາປະເທດໃຫຍ່, ສະພາບການສັບສົນຢູ່ ທະເລຕາເວັນອອກ ແລະ ສະພາບການຢູ່ມຽນມາ. ຕໍ່ໜ້າສະພາບການດັ່ງກ່າວ, ຈຸດພົ້ນເດັ່ນເຊິ່ງ ກອງປະຊຸມບັນລຸ ໄດ້ເປັນການຢັ້ງຢືນວ່າ ຍິ່ງຫຍຸ້ງຍາກ ຄວາມຮັບຮູ້ກ່ຽວກັບຄຸນຄ່າຂອງ ອາຊຽນ ຍິ່ງເພີ່ມຂຶ້ນ.

ກ່ຽວກັບໂລກລະບາດໂຄວິດ - 19, ອາຊຽນຢັ້ງຢືນຄືນການສືບຕໍ່ບັນດາແຜນການຮ່ວມມືເຊິ່ງກັນແລະກັນ. ອາຊຽນໄດ້ຮັບຄຳໝັ້ນສັນຍາຫຼາຍຢ່າງຈາກບັນດາປະເທດຄູ່ຮ່ວມມື ໃນການໜູນຊ່ວຍອາຊຽນຜ່ານຜ່າໂລກລະບາດ. ອາຊຽນກໍ່ໄດ້ຮັບວັກຊິນກັນໂຄວິດ - 19 ນັບມື້ນັບຫຼາຍຂຶ້ນ ແລະ ບັນດາແຜນການເພື່ອຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ