ຫວຽດນາມ ເຂົ້າຮ່ວມ Army Games 2020 ຢູ່ ລັດເຊຍ

(VOVWORLD) - ວັນທີ 23 ສິງຫາ, ທີ່ຫໍປະຊຸມ - ວາງສະແດງ Patriot, ຢູ່ຊານນະຄອນຫລວງ ມົດສະກູ (ສະຫະພັນ ລັດເຊຍ) ໄດ້ດຳເນີນພິທີໄຂຮ່ວມເວທີປາໄສເຕັກນິກການທະຫານ “Armya 2020” ແລະ ງານແຂ່ງຂັນກິລາການທະຫານສາກົນ Army games 2020.

 ເຂົ້າຮ່ວມພິທີໄຂ ມີທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Mishustin ພ້ອມດ້ວຍເຈົ້າໜ້າທີ່ຂັ້ນສູງຫລາຍທ່ານໃນລັດຖະບານ ລັດເຊຍ.

ຫວຽດນາມ ເຂົ້າຮ່ວມ Army Games 2020 ຢູ່ ລັດເຊຍ - ảnh 1 ຫວຽດນາມ ເຂົ້າຮ່ວມ Army Games 2020 ຢູ່ ລັດເຊຍ

        ປີນີ້, ເວທີປາໄສເຕັກນິກການທະຫານ “Armya 2020” ໂດຍກະຊວງປ້ອງກັນປະເທດ ລັດເຊຍ ເປັນເຈົ້າພາບຈັດຕັ້ງເຖິງຈະດຳເນີນໃນລະຫວ່າງວັນທີ 23 – 29 ສິງຫາ. ສ່ວນງານແຂ່ງຂັນກິລາການທະຫານສາກົນ Army games 2020 ຈະດຳເນີນແຕ່ວັນທີ 23 ສິງຫາ - ວັນທີ 5 ກັນຍາ ຢູ່ 5 ປະເທດ ລວມມີ: ອາແຊກໄບຊານ, ອາເມນີ, ເບລາຣຸດ, ອຸດສະເບກິດສະຖານ ແລະ ລັດເຊຍ. ເຂົ້າຮ່ວມງານແຂ່ງຂັນກິລາການທະຫານມີ 156 ທິມມາຈາກ 32 ປະເທດ, ລວມມີ ລັດເຊຍ, ປະເທດຕາງໜ້າໃຫ້ ເອີຣົບ, ອາຊີ ແລະ ອາຟຣິກາ.

        ຄະນະຜູ້ແທນກອງທັບປະຊາຊົນ ຫວຽດນາມ ໄດ້ຈັດສົ່ງພະນັກງານ, ນັກຮົບກ່ວາ 200 ຄົນ ດ້ວຍ 10 ທິມ, ໃນນັ້ນ ມີ 8 ທິມຈະແຂ່ງຂັນຢູ່ ລັດເຊຍ. ທ່ານພົນຕີ ໂງມິງຕ໊ຽນ ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຫົວໜ້າຄະນະຜູ້ແທນການທະຫານ ຫວຽດນາມ ໃຫ້ຮູ້ວ່າ:

        “ໂດຍຜ່ານງານແຂ່ງຂັນກິລາການທະຫານ, ເຖິງວ່າໃນໄລຍະໂລກລະບາດໂຄວິດ-19 ແຜ່ລະບາດກໍ່ຕາມ, ແຕ່ພວກເຮົາຢັ້ງຢືນວ່າ ລັດເຊຍ ເປັນຄູ່ຮ່ວມມືສຳຄັນ, ໃນນັ້ນ ການພົວພັນດ້ານການທະຫານ, ການປ້ອງກັນຊາດ, ການຮ່ວມມືການທະຫານລະຫວ່າງ 2 ປະເທດ ກໍ່ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນທີ່ສຸດ ປະກອບສ່ວນເຂົ້າໃນຜົນສຳເລັດຂອງປີມິດຕະພາບ 2019 2020 ລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ ແລະ ສະຫະພັນ ລັດເຊຍ - ຫວຽດນາມ. ໂດຍຜ່ານງານແຂ່ງຂັນກິລາການທະຫານຄັ້ງນີ້, ບັນດານັກກິລາ ຫວຽດນາມ ຈະຢັ້ງຢືນໄດ້ລະດັບການຝຶກຊ້ອມຄວາມພ້ອມໃນການສູ້ຮົບຂອງຕົນ, ພ້ອມທັງແລກປ່ຽນບົດຮຽນ, ປະສົບການກັບບັນດາປະເທດເພື່ອນມິດ ເພື່ອໃຫ້ງານແຂ່ງຂັນກິລາການທະຫານສາກົນຄັ້ງຕໍ່ໆໄປ ພວກເຮົາຈະປະສົບຜົນສຳເລັດກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ