ຫວຽດນາມ ເຂົ້າຮ່ວມ WEF ຄັ້ງທີ 44 ຢູ່ Davos

ຫວຽດນາມ ເຂົ້າຮ່ວມ WEF ຄັ້ງທີ 44 ຢູ່ Davos - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິງ​ມິ​ງ
(ພາບປະກອບ)


(vovworld) - ຕອນ​ບ່າຍ​ວັນ​ທີ 22/1, ກອງ​ປະຊຸມ​ປະຈຳ​ປີ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ຄັ້ງທີ 44 ​​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການຢູ່ Davos - ສະ​ວິດ ​ໂດຍມີ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ 2500 ທ່ານ​ທີ່ມາ​ຈາກ​ກວ່າ 100 ປະ​ເທດ​ໃນ​ໂລກ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິງ​ມິ​ງ ​ເປັນ​ຫົວໜ້າຄະນະ​ເຂົ້າຮ່ວມ​, ບັນດາ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ ​ແລະ ​ເຂົ້າຮ່ວມ​ການ​ໂອ້​ລົມ​ສົນທະນາ​ກັບ​ບັນດາ​ວິ​ສາ​ຫະກິດ​ທີ່​ມີ​ຄວາມສົນ​ໃຈ​ເຖີງ ຫວຽດນາມຢ່າງ​ເປັນ​ທາງ​ການ. ຄາດ​ວ່າ, ວັນ​ທີ 24/1, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິງ​ມິ​ງ ຈະ​ເຂົ້າຮ່ວມ​ໃນ​ຖານະ​ເປັນນັກ​ປາຖະກະຖາທີ່​ກອງ​ປະຊຸມ​ມີ​ຫົວ​ຂໍ້​ວ່າ​ກຳນົດ​ຮູບ​ຮ່າງ ອາຊຽນ ຄືນ​ໃໝ່​ ​ແລະ ບັນດາ​ຜົນ​ກະທົບ​​ເຖີງການ​​ເຕີບ​ໂຕ​ຢູ່ ອາຊີ​ຕາ​ເວັນ​ອອກ. ​ເຂົ້າຮ່ວມ​ກອງ​ປະຊຸມວົງ​ແຄບ(IGWEL) ລະຫວ່າງ​ບັນດາ​ການນຳ​ເສດ​ຖະກິດ​ໂລກ. ຄະນະ​ຜູ້​ແທນ ຫວຽດນາມ ຍັງ​ເຂົ້າຮ່ວມຫຼາຍກອງ​ປະຊຸມຢ່າງ​ເປັນ​ທາງ​ການ ​ແລະ ​ເຄິ່ງທາງ​ການ​.

  ກອງ​ປະຊຸມ​ແມ່ນ​​ແຫ່ງ​​ເພື່ອ​ໃຫ້ບັນ​ດາ​ຜູ້ນຳ​​ການ​ເມືອງ​ອັນ​ດັບໜຶ່ງ ​ແລະ ບັນດາ​ຫົວໜ້າຂອງ​ອົງການ​ສາກົນ​ຕ່າງໆພົບ​ປະກັບ​ບັນ​ດາ​ຜູ້ນຳ​ວິ​ສາ​ຫະກິດ​ ​ເພື່ອ​ພິຈາລະນາ​ກ່ຽວກັບ​ວິທີ​ການ​ບໍລິຫານ​ທົ່ວ​ໂລກ​ຕາມ​ທິດ​​ຕັ້ງໜ້າ ແລະ ມີ​ລັກ​ສະ​ນະ​ສ້າງສັນ​ກວ່າ. ກອງ​ປະຊຸມ​ກໍ່​ພິຈາລະນາ​ກ່ຽວກັບ​ການ​ຫັນປ່ຽນ​ໃນສັງຄົມ ​ແລະ ​ການ​ເມືອງ​ຢູ່​ບາງ​ສະຖານ​ທີ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ