ຫວຽດນາມ ເຂົ້າຮ່ວມ ກອງປະຊຸມຂະບວນການກອມມູນິດສາກົນຢູ່ລັດເຊຍ

ຫວຽດນາມ ເຂົ້າຮ່ວມ ກອງປະຊຸມຂະບວນການກອມມູນິດສາກົນຢູ່ລັດເຊຍ - ảnh 1
(ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ
ເຂົ້າ​ຮ່ວມ​ກອງ​ປະຊຸມ​​ໂຕະມົນ​ຂະ​ບວນການ​ກອມ​ມູນິດ​ສາ​ກົນ​)


(vovworld) -     ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ເທ໋ກິ, ຮອງ​ຫົວ​ໜ້າ​ຄະນະ​ໂຄສະນາ​ສຶ​ກສາສູນ​ກາງພັກ ນຳໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ໂຕະມົນ​ກ່ຽວ​ກັບ ຂະ​ບວນການ​ກອມ​ມູນິດ​ສາ​ກົນ​ ​ເຊິ່ງດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 15 – 16/12, ​ໂດຍ​ພັກ​ກອມ​ມູນິດ​ສະຫະພັນ​ລັດ​ເຊຍ (KPRF) ຈັດ​ຕັ້ງ​ຢູ່​ມົດສກູ. ກ່າວ​ຄຳ​ເຫັນທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ເທ໋ກິ ​ເນັ້ນ​ໜັກ​ວ່າ ຍາມ​ໃດພັກ​ກອມ​ມູນິດ​ຫວຽດນາມ ກໍ​ຈົງ​ຮັກ​ພັກດີ​ກັບ​ລັດທິມາກ​ເລ​ນີນ ​ແລະ ​ແນວ​ຄິດ​ປະທານ​ໂຮ່ຈິ​ມິນ, ທັງ​ຄະນະການ​ນຳ​​ພັກ ​ແລະ ທົ່ວ​ປວງຊົນ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ປ່ຽນ​ໃໝ່​ປະ​ເທດ​ຊາດ, ສ້າງສາ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຕາມ​ທິດ​ສັງ​ຄົນ​ນິຍົມ, ບັນລຸ​ໄດ້​ບັນດາ​ດາ​ຜົນງານ​ທີ່​ໃຫຍ່​ຫຼວງ​ທຸກ​ດ້ານ​ໃນ​ຕະຫຼອດ ກວ່າ 25 ປີ​ແຫ່ງ​ການ​ປ່ຽນ​ໃໝ່​ໃນ​ໄລຍະຜ່ານມາ. ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນການ​ພົວພັນ​ກັບ​ຕ່າງປະ​ເທດ​ເປັນຫຼາຍ​ທິດ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ ພັກ​ກອມ​ມູນິດ​ຫວຽດນາມ ຢືນຢັນ​ການ​ສະໜັບ​ສະ​ໜູນ​ຂະ​ບວນການ​ກອມ​ມູນິດ ​ແລະ ຊົນ​ຊັ້ນກຳມະກອນ​ສາກົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ໃນ​ພາລະກິດ​ຕໍ່ສູ້​ເພື່ອ​ຈຸດໝາຍ​ລວມຂອງຍຸກ​ສະ​ໄໝ, ​ເພື່ອ​ສັນຕິພາບ, ມິດຕະພາບ, ການ​ຮ່ວມ​ມື ​ແລະ ພັດທະນາ, ຖື​ການ​ພັດທະນາ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ທິດ​ຕະພາບ ​ແລະ ກາ​ນຮ່ວມ​ມື​ກັບ​ບັນດາພັກກອມ​ມູນິດ ​ແລະ ຊົນ​ຊັ້ນ​ກຳມະກອນ​ໃນ​ໂລກ​ເປັນ​ສຳຄັນ.

ຂ່າວ/ບົດ​ອື່ນ