ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມປຶ​ກ​ສາ​ລື​ເປີດທາງ​ອອນ​ລາຍ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

(VOVWORLD) -ຕອນຄ່ຳວັນທີ 6 ສິງຫາ 2020, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມໄດ້ເຂົ້າຮ່ວມວາລະກອງປະຊຸມປຶກສາຫາລືເປີດທາງອອນລາຍຂອງສະພາຄວາມໝັ້ນຄົງ ສປຊ ດ້ວຍຫົວຂໍ້ “ການແກ້ໄຂການພົວພັນລະຫວ່າງ ການກໍ່ການຮ້າຍ ແລະ ອາດຊະຍາກຳທີ່ມີການຈັດຕັ້ງ” ໂດຍທ່ານ Retno Marsudi ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍເປັນປະທານ.
ຫວຽດ​ນາມ ເຂົ້າ​ຮ່ວມ ກອງ​ປະ​ຊຸມປຶ​ກ​ສາ​ລື​ເປີດທາງ​ອອນ​ລາຍ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ - ảnh 1ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN) 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ບັນດາປະເທດ ສະມາຊິກມີຄວາມຮັບຜິດຊອບແຖວໜ້າໃນວຽກງານຕ້ານການກໍ່ການຮ້າຍ ແລະ ອາດຊະຍາກຳທີ່ມີການຈັດຕັ້ງ, ບັນດາການເຄື່ອນໄຫວເພື່ອແນໃສ່ແກ້ໄຂບັນດາບັນຫານີ້ຕ້ອງໄດ້ດຳເນີນບົນພື້ນຖານເຄົາລົບບັນດາຫຼັກການຂອງກົດບັດສປຊ, ກົດໝາຍສາກົນ…ທ່ານກໍ່ຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີການໜູນຊ່ວຍບັນດາປະເທດ, ເປັນຕົ້ນແມ່ນບັນດາປະເທດທີ່ພວມພັດທະນາໃນການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ, ປະສົບການ, ສ້າງກຳລັງຄວາມສາມາດໃນການຕໍ່ສູ້, ຕ້ານການກໍ່ການຮ້າຍ ແລະ ອາດຊະຍາກຳທີ່ມີຈັດຕັ້ງ…

        ທ່ານ ຫງວຽນມິງຫວູໃຫ້ຮູ້ວ່າໃນໄລຍະທີ່ຜ່ານມາ ຫວຽດນາມ ໄດ້ມານະພະຍາຍາມສ້າງ, ປັບປຸງລະບົບກົດໝາຍ, ເສດຖະກິດ, ການເງິນໃຫ້ສົມບູນແບບເພື່ອແນໃສ່ຫຼຸດຜ່ອນຄວາມສ່ຽງອຸປະຖຳໃຫ້ແກ່ການກໍ່ການຮ້າຍ, ປ້ອງກັນຕ້ານອາດຊະຍາກຳປະເພດຕ່າງໆທີ່ມີການຈັດຕັ້ງ, ພ້ອມທັງປະຕິບັດບັນດາພັນທະທີ່ໃຫ້ສອດຄອງກັບບັນທັດຖານສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ