ຫວຽດນາມ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີການຄ້າ APEC 18

ຫວຽດນາມ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີການຄ້າ APEC 18 - ảnh 1
ທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ Vu Huy Hoang

(vovworld) - ໃນ​ຂອບ​ເຂດການ​ຮ່ວມ​ມື​ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (ຫຼື APEC), ກອງ​ປະຊຸມ​ລັດຖະມົນຕີ​ການ​ຄ້າ APEC ຄັ້ງ​ທີ 18 (ຫຼື MRT 18) ທີ່​ດຳ​ເນີນ​ໄປ​ຢູ່ Kazan, ສະຫະພັນ​ລັດ​ເຊຍ ​ແຕ່​ວັນ​ທີ 4 – 5/6. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ - ການ​ຄ້າ Vu Huy Hoang ນຳ​ໜ້າ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທີ່​ກອງ​ປະຊຸມ,​ບັນດາ​ລັດຖະມົນຕີ ​ໄດ້​ອອກ​ຖະ​ແຫຼ​ງການ​ສະໜັບສະໜູນ ລະບົບ​ການ​ຄ້າ​ຫຼາຍ​ຝ່າຍ ​ແລະ ຕ້ານ​ລັດທິ​ອາລັກຂາ, ​ໃນ​ນັ້ນ​ເນັ້ນ​ໜັກ​ວ່າ: ບັນດາ​ພື້ນຖານ​ເສດຖະກິດ APEC ຈະ​ໃຫ້​ຄຳ​ໝັ້ນ​ສັນຍາ ສືບ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ເພື່ອ​ຕ້ານ ລັດທິ​ອາ​ລັກຂາ, ຈຳກັດ​ການ​ນຳ​ໃຊ້​ບັນດາ​ມາດ​ຕະການ​ອາ​ລັກຂາ​ທີ່​ກີດຂວາງ​ດ້ານ​ການ​ຄ້າ ​ແລະ ກາ​ນລົງທຶນ. ບັນດາ​ລັດຖະມົນຕີ ​ໄດ້​ເຫັນ​ດີ​ເປັນ​ເອກະສັນກັນ ກ່ຽວ​ກັບ​ບາງ​ຂົງ​ເຂດ WTO ສາມາດ​ຊຸກຍູ້​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ​ມີ​ການ​ຫັນ​​ການ​ຄ້າເປັນ​ສະດວກ, ​ສົ່ງ​ເສີມການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ປະ​ເທດດ້ອຍ​ພັດທະນາ ​ແລະ ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ, ຊອກ​ຫາ​ການ​ສຳ​ພັດ​ໃໝ່ ​ເພື່ອ​ຊຸກຍູ້​ການ​​ເຈລະຈາ Doha. ຢູ່ນອກ​ກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ - ການ​ຄ້າ Vu Huy Hoang  ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ ບັນດາ​ປະ​ເທດ​ສະມາຊິກ​ສັນຍາ​ຄູ່​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ປາ​ຊີ​ຟິກ (ຫຼື TPP) ​ເພື່ອ​ປຶກສາ​ຫາລື ບັນດາ​ມາດ​ຕະການ​ຊຸກຍູ້​ການ​ເຈະ​ຈາ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ສະມາຊິກ​ໃໝ່. ທ່ານ​ລັດຖະມົນຕີ​ Vu Huy Hoang, ກໍ​ມີ​ການ​ເຮັດ​ວຽກ 2 ຝ່າຍ​ກັບ​ລັດຖະມົນຕີ, ຫົວໜ້າ​ຄະນະ​ບັນດາ​ພື້ນຖານ​ເສດຖະກິດ ສະມາຊິກ APEC ​ເພື່ອ​ແນ​ໃສ່​ແລກປ່ຽນ​ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຈລະຈາ ບັນດາ​ສັນຍາ​ການ​ຄ້າ​ເສລີ (ຫຼື FTA) ​ແລະ ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື​ການ​ຄ້າ ​ແລະ ອຸດສາຫະກຳ ​ເຊິ່ງ​ແມ່ນ​ຄວາມ​ສົນ​ໃຈ​ລວມ.

ຂ່າວ/ບົດ​ອື່ນ