ຫວຽດນາມ ເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊີ ເອີລົບ 9 ຢ່າງຕັ້ງຫນ້າ

ຫວຽດນາມ ເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊີ ເອີລົບ 9 ຢ່າງຕັ້ງຫນ້າ - ảnh 1


(vovworld) - ກອງ​ປະຊຸມ​ສຸດ​ຍອດ ອາຊີ ​ເອີ​ລົບ​ຄັ້ງ​ທີ 9 (ASEM 9) ອັດ​ລົງ​ໃນ​ວັນ​ທີ 6/11 ຢູ່ ສູນ​ກອງ​ປະຊຸມ​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນ. ​ເມື່ອ​ຕີ​ລາຄາ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ ASEM 9​ ກໍ​ຄື​ການ​ເຂົ້າ​ຮ່ວມ​ຂອງ​ຫວຽດນາມ, ທ່ານ Bui Thanh Son ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຖື​ວ່າ: ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໂດຍ​ທ່ານ Nguyen Tan Dung ນາຍົກລັດຖະມົນຕີຫວຽດນາມ ນຳ​ຫນ້າ ​ໄດ້​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງຫນ້າ, ສົບ​ທົບຢ່າງ​ແຫນ້ນ​ແຟ້ນກັບປະ​ເທດ​ເຈົ້າພາບ ສປປລາວ ​ແລະ ບັນດາ​ສະມາຊິກ, ປະກອບສ່ວນ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ. 2 ຂໍ້​ລິ​ເລີ່​ມ​ໃຫມ່​ຂອງ​ຫວຽດນາມ​ກ່ຽວ​ກັບ​ການຈັດ​ຕັ້ງ “ກອງ​ປະຊຸມ​ສຸດ​ຍອດ​ ASEM ກ່ຽວ​ກັບ​ການ​ປ້ອງ​ກັນ ຕ້ານ ​ແລະ ກູ​້​ໄພ​ກູ້​ຊີບ​ໄພ​ທຳ​ມະ​ຊາດ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ກອງ​ປະຊຸມ​ສຳ​ມະ​ນາ ASEM ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ນ້ຳ ​ແລະ ​ເຂດລຸ່ມ​ແມ່​ນ້ຳ - ວິ​ທີ​ສຳ​ພັດ​ຕາມ​ທິດ​ເຕີບ​ໂຕ​ຂຽວ” ​ໄດ້​ຮັບ​ການ​ຊົມ​ເຊີຍ ​ແລະ ສະຫນັບສະຫນູນ.

ຄຽງ​ຄູ່​ກັນ​ນັ້ນ, ຫວຽດນາມ ​ໄດ້​ສົມທົບ​ຢ່າງ​ແຫນ້ນ​ແຟ້ນກັບປະ​ເທດ​ເຈົ້າພາບ ສປປລາວ ​ແລະ ບັນດາ​ສະມາຊິກ​ຊຸກຍູ້​ວິວັດ​ການ​ກ້າວ​ໄປ​ເຖິງ​​ການເປັນ​ເອກະ​ພາບ​ລວມ​ໃນ​ບັນຫາ​ສຳຄັນ. ບັນດາ​ສະມາຊິກ ASEM ຕີ​ລາຄາ​ສູງ​ເລ່ືອງ​ຫວຽດນາມ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ ​ແລະ ປະກອບສ່ວນ​ເພື່ອ​ຊຸກຍູ້​ຜົນ​ປະ​ໂຫຍ​ດລວ​ມ​ໃນ​ການ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ​​ໃນ​ພາກ​ພື້ນ. ຕາມ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Bui Thanh Son ​ແລ້ວ, ຄຽງ​ຄູ່​ກັບ​ຜົນສຳ​ເລັດ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຫລາຍ​ຝ່າຍ, ກອງ​ປະຊຸມ​ສຸດ​ຍອດ ASEM 9 ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້ ຫວຽດນາມ ​ເພີ່ມ​ທະວີ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວພັນ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຢູ່​ສອງ​ທະວີບ.

ຢູ່​ນອກ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ບັນດາ​ການ​ນຳ ASEM, ​ໃນ​ນັ້ນ​ມີ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda, ນາຍົກລັດຖະມົນຕີອົດສະຕາ​ລີ Julia Gillard, ນາຍົກລັດຖະມົນຕີ​ແຟງ​ລັງ Jyrki Katainen ​ແລະ​ປະທານ​ສະພາ​ເອີ​ລົບ Barroso… 

ຂ່າວ/ບົດ​ອື່ນ