ຫວຽດນາມ ເຂົ້າຮ່ວມ “ກອງປະຊຸມສຸດຍອດທົ່ວໂລກ Gujarat ທີ່ເຕັມໄປດ້ວຍພະລັງຊີວິດຄັ້ງທີ 10” ຢູ່ອິນເດຍ

(VOVWORLD) - ຫວຽດນາມ ຍາມໃດກໍ່ຖືການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບ ໂມຊຳບິກ ເປັນສຳຄັນ, ສະເໜີ ໂມຊຳບິກ ສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ນຳເຂົ້າຖ່ານຫີນໃນໄລຍະຍາວ
ຫວຽດນາມ ເຂົ້າຮ່ວມ “ກອງປະຊຸມສຸດຍອດທົ່ວໂລກ Gujarat ທີ່ເຕັມໄປດ້ວຍພະລັງຊີວິດຄັ້ງທີ 10” ຢູ່ອິນເດຍ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມ “ກອງປະຊຸມສຸດຍອດທົ່ວໂລກ Gujarat ທີ່ເຕັມໄປດ້ວຍພະລັງຊີວິດຄັ້ງທີ 10”

ວັນທີ 10 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມ “ກອງປະຊຸມສຸດຍອດທົ່ວໂລກ Gujarat ທີ່ເຕັມໄປດ້ວຍພະລັງຊີວິດຄັ້ງທີ 10”, ຈັດຂຶ້ນຢູ່ລັດ Gujarat, ປະເທດ ອິນເດຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໄດ້ເນັ້ນໜັກບັນດາເນື້ອໃນທີ່ໄດ້ນຳມາປຶກສາຫາລືທີ່ກອງປະຊຸມ, ຄື: ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດດີຈີຕອນ, ການຄ້າເອກເລັກໂຕນິກ, ນະຄອນ ອັດສະລິຍະ… ລ້ວນແຕ່ແມ່ນບັນດາຂົງເຂດໃນບຸລິມະສິດຂອງວິວັດການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ…

        ໃນຂອບເຂດກອງປະຊຸມ, ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໄດ້ພົບປະກັບທ່ານປະທານາທິບໍດີ ໂມຊຳບິກ Filipe Jacinto Nyusi, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບ ໂມຊຳບິກ ເປັນສຳຄັນ, ສະເໜີ ໂມຊຳບິກ ສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ນຳເຂົ້າຖ່ານຫີນໃນໄລຍະຍາວ; ລົງນາມບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືໃນນຂົງເຂດ ຊັບພະຍາກອນບໍ່ແຮ່, ສິນໃນນ້ຳ ແລະ ຄູ່ຮ່ວມມືດີຈີຕອນ…

        ສ່ວນໃນການພົບປະກັບທ່ານນາຍົກລັດຖະມົນຕີ ສ ເຊັກໂກ Petr Fiala, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ສະເໜີໃຫ້ ເຊັກໂກ ສືບຕໍ່ປະກອບສຽງເວົ້າຊຸກຍູ້ ບັນດາສະຫະພາບ ເອີລົບ (EU) ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນລະຫວ່າງ EU ແລະ ຫວຽດນາມ (EVIPA) ໂດຍໄວເພື່ອສ້າງຄວາມສະດວກໃຫ້ແກ່ການພົວພັນຮ່ວມມືລົງທຶນທີ່ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງວິສາຫະກິດສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ