ຫວຽດນາມ ເຂົ້າຮ່ວມ ງານຕະຫຼາດນັດທ່ອງທ່ຽວ ສາກົນ Brussels 2014

ຫວຽດນາມ ເຂົ້າຮ່ວມ ງານຕະຫຼາດນັດທ່ອງທ່ຽວ ສາກົນ Brussels 2014 - ảnh 1
Vietnam Airlines ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາ​ກົນ Brussels 2014
(ພາບ: vietnamplus.vn)


(vovworld) - ບໍລິ​ສັດການ​ບິນ​ແຫ່ງ​ຊາດ​ຫວຽດນາມ (Vietnam Airlines) ​ແມ່ນ​ບໍລິສັດໜຶ່ງ​ດຽວ​ຂອງ​ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາ​ກົນ Brussels 2014 ​​ໄດ້ຈັດ​ຂຶ້ນ​ຢູ່ນະຄອນຫຼວງ​ແຫ່ງ​ລາຊະ​ອານາຈັກ​ແບນ​ຊິກ ​ແຕ່​ວັນ​ທີ 06 – 10/02.

        ທີ່​ງານ​ຕະຫຼາດນັດ, Vietnam Airlines ​ໄດ້​ໂຄສະນາ​ກັບ​ແຂກ​ທ່ອງ​ທ່ຽວ​ແບນ​ຊິກ ບັນດາ​ລາຍການ​ທ່ອງ​ທ່ຽວ​ທີ່​ດູດ​ດື່ມຄື ທ່ອງ​ທ່ຽວ​ຄົ້ນຫາ​ທຳ​ມະ​ຊາດ, ທ່ອງ​ທ່ຽວ​ທະ​ເລ... ດ້ວຍ​ລາຄາ​ປີ້ຍົນ​ພິ​ເສດ. ທ່ານ​ນາງ ຫງວຽນ​ທິຖຸຍ​ຈາງ, ຜູ້ຕາງໜ້າ​ຂອງ Vietnam Airlines ​ໃຫ້​ຮູ້​ວ່າ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຈຳນວນ​​ແຂກ​ທ່ອງ​ທ່ຽວ​ເອີ​ລົບ, ພິ​ເສດ​ແມ່ນ​ແຂກ​ທ່ອງ​ທ່ຽວ​​ແບນ​ຊິກ ​ມາ​ຫວຽດນາມ ດ້ວຍ​ການບໍລິການ​ຂອງ Vietnam Airlines ນັບ​ມື້​ນັບ​​ເພີ່ມ​ຂຶ້ນ. ​ແຂກ​ທ່ອງ​ທ່ຽວ​ສ່ວນ​ຫຼານ​ໄປ​ເປັນ​ກຸ່ມ ​ແລະ ຢ້ຽມຢາມ​ໃນ​ໄລຍະ​ຍາວ. ສະ​ນັ້ນ, Vietnam Airlines ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ບໍລິສັດ​ທ່ອງ​ທ່ຽວ​ເພື່ອ​ຫັນການ​ບໍລິການ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ​ແລະ ດຶງ​ດູດ​ແຂກ​ທ່ອງ​ທ່ຽວ. ຜູ້ຕາງໜ້າ​ໃຫ້​ບໍລິສັດ​ທ່ອງ​ທ່ຽວ Nature Vietnam ມີ​ສາຂາ​ຢູ່​ຝລັ່ງ, ທ່ານ​ນາງ Marie Aude Ma ​ໃຫ້​ຂໍ້​ສັງ​ເກດ​ວ່າ, ຫວຽດນາມ ​ແມ່ນ​ປະ​ເທດທີ່​ເປີດ​ອົກ​ເປີດ​ໃຈ, ມີ​ທິວ​ທັດ​ທຳ​ມະ​ຊາດ​ສວນງາມ​, ຊາວ​ຫວຽດນາມ ​ມີ​ຄວາມສະໜິດ​ຕິດ​ພັນ, ຮັກ​ແພງ​ແຂກ​ຄົນ. ​ໂຄງ​ລ່າງ​ໂຮງ​ແຮມ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ​ໃນ 10 ປີຜ່ານ​ມາ. ນີ້​ແມ່ນ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ສຳລັບ​​ແຂກ​ທ່ອງ​ທ່ຽວ​ຝລັ່ງ. ​ງານ​ຕະຫຼາດນັດ​ທ່ອງ​ທ່ຽວ​ສາ​ກົນ Brussels ​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ 02 ​ແຕ່ລະ​ປີ ​ເພື່ອ​ແນະນຳ​ໃຫ້​ແຂກ​ທ່ອງ​ທ່ຽວ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ ​ແລະ ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ໃນ​ທົ່ວ​ໂລກ. ງານ​ຕະຫຼາດນັດ​ປີ​ນີ້ມີ 700 ບໍລິສັດ​ທ່ອງ​ທ່ຽວ ​ແລະ ບໍລິສັດ​ການບິນທີ່ມາ​ຈາກ 4 ທະວີ​ບ​ເຂົ້າ​ຮ່ວມ.

ຂ່າວ/ບົດ​ອື່ນ