ຫວຽດນາມ ເຂົ້າຮ່ວມ ງານບຸນສີສັນອາຊຽນ ຢູ່ ບາງກອກ

ຫວຽດນາມ ເຂົ້າຮ່ວມ ງານບຸນສີສັນອາຊຽນ ຢູ່ ບາງກອກ - ảnh 1
ງານ​ບຸນ​ສີສັນ​ອາ​ຊຽນ ຢູ່ ບາງກອກ
(ພາບ: nhandan.com.vn)


(vovworld) - ຕອນ​ຄໍ່າ​ວັນ​ທີ 08 ສິງຫາ, ງານ​ບຸນ​ສີສັນ​ອາ​ຊຽນ ຖືກ​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ ບາງ​ກອກ, ປະ​ເທດ​ໄທ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ໄທ ສົນທະຢາ ຄຸນ​ຟືນ, ທ່ານ​ເອກ​ອັກຄະລັດຖະທູດ​ຫວຽດນາມ ປະຈຳ​ໄທ ​ໂງ​ດຶກ​ທັ໋ງ ​ແລະ ຜູ້ຕາງໜ້າ​ສະຖານທູດ​ບັນດາ​ປະ​ເທດ​ອາ​ຊຽນ ປະຈຳ​​ໄທ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ, ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ​ໄທ ສົນທະຢາ ຄຸນ​ຟືນ ​ໃຫ້​ຮູ້​ວ່າ ດ້ວຍ​ຄວາມ​ມະ​ນາ​ພະຍາຍາມ​ປະກອບ​ສ່ວນ​​ສູງ​ສຸດເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ລວ​ມຂອງ​ອາ​ຊຽນ, ​ໂຄສະນາ​ບັນດາ​ຮູບ​ພາບ​ຂອງ​ອາ​ຊຽນ ​ແລະ ຕັດສິນ​ໃຈ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015. ນອກຈາກ​ບັນດາ​ລາຍການ​ສະ​ແດງ​ສີ​ລະ​ປະທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນຊາດ, ຫວຽດນາມ ຍັງ​ຈັດ​ຕັ້ງ​ຮ້ານ​ວາງສະ​ແດງ​, ​ໂຄສະນາ​ບັນດາ​ພາບ​ພົດ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ທີ່​ງານ​ບຸນ​ຄັ້ງ​ນີ້. ບັນດາ​ແຂກ​ຖືກ​ເຊີນ ​ແລະ ​ເພື່ອນ​ມິດສາ​ກົນ ມີ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ຕໍ່​ອາຫານ​ການ​ກິນ​ຂອງ​ຫວຽດນາມ ​ເຊິ່ງ​ໄດ້​ແນະນຳ​ຢູ່​ຮ້ານ​ວາງສະ​ແດງ.

        ງານບຸນ​ສີສັນ​ອາ​ຊຽນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ວັນ​ທີ 08 ສິງຫາ, ​​ໂດຍປະ​ເທດ​ໄທ ຈັດ​ຕັ້ງ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 46 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ ​ແລະ ຈະ​ແກ່ຍາວ​ຮອດ​ວັນ​ທີ 12 ສິງຫາ.
ຂ່າວ/ບົດ​ອື່ນ