ຫວຽດນາມ ເຂົ້າຮ່ວມ ບັ້ນມອດໄຟ 1 ຊົ່ວໂມງ ເພື່ອໜ່ວຍໂລກ

ຫວຽດນາມ ເຂົ້າຮ່ວມ ບັ້ນມອດໄຟ 1 ຊົ່ວໂມງ ເພື່ອໜ່ວຍໂລກ - ảnh 1

ຫວຽດນາມ​ຕອບ​ສະໜອງບັ້ນມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກ

(ພາບ:vietnam.vn)

( vovworld ) ​ໃນ​ເວລາ 8 ​ໂມງ 30 ນາທີ​ຂອງ​ວັນ​ທີ 31/3, ບັ້ນມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກດ້ວຍສານ​ທີ່​ວ່າ: “ທຸກ​ຄົນ​ພ້ອມ​ກັນ​ປະຕິບັດ“ ​ເພື່ອ​ແນໃສ່ຮຽກຮ້ອງ​ມຫ້ບັນດາ​ຄະນະ ຂະ​ແໜງ​ການ, ວິ​ສາ​ຫະກິດ, ອົງການ​ຈັດຕັ້ງ ​ແລະ ທຸກໆ​ຄົນ ພ້ອມ​ກັນ​ປະຕິບັດ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ນະຄອນ​ໂຮ່ຈິ​ມິນ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ປະຊາຊົນ​ນັບ​ພັນໆ​ຄົນ. ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ຜູ້ຕາງໜ້າ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ​ອຸດສາຫະກຳ​-ການ​ຄ້າ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ, ທ່ານ​ເອກ​ອັກຄະ​ລັດຖະທູດ​ແດນ​ມາກ ປະຈຳ​ຫວຽດນາມ ​ໄດ້​ພ້ອມ​ກັນ​ປະຕິບັດ​ການ​ມອດ​ໄຟ, ຕອບ​ສະໜອງບັ້ນມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກປີ 2012. ນະ​ທີ່​ນີ້, ທ່ານ Hoang Quoc Vuong ຮອງ​ລັດຖະມົນຕີກະຊວງ​ອຸດສາຫະກຳ​-ການ​ຄ້າຫວຽດນາມ ​ເນັ້ນໜັກ​ວ່າ:  “​ເພື່ອ ​​ເຮັດໃຫ້ບັ້ນມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກປີ 2012 ບໍ່​ພຽງ​ແຕ່​ແມ່ນ​ການ​ປະຕິບັດ​ໃນ​ເວລາ 60 ນາທີ​ເທົ່າ​ນັ້ນ ຫາກ​ຍັງ​ຈະ​ແມ່ນ​ການ​ປະຕິບັດ​ໃນ​ຕະຫຼອດ 365 ວັນ​ຂອງ​ປີ 2012, ພວກ​ເຮົາ​ຈົ່ງ​ພ້ອມກັນ​ຢັ້ງຢືນ​ກັບ​ໂລກ​ວ່າ ປະຊາຊົນ​ຫວຽດນາມ ມີ​ຄວາມ​ຮັບຜິດຊອບ ​ແລະ ​ໃຫ້​ຄຳໝັ້ນສັນຍາ​ຈະ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ; ປະ​ຢັດ ​ແລະ​ ນຳ​ໃຊ້​ແຫຼ່ງພະລັງງານ​ຢ່າງ​ມີ​ປະສິດທິ​ຜົນ. ຈົ່ງ​ພ້ອມ​ກັບ​ວົງ​ຄະນາ​ຍາດ​ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ດ້ວຍ ​ບັນ​ດາການ​ກະທຳ​ອັນ​ແທດ​ຈິ​ງ, ລະອຽດ

ຫວຽດນາມ ເຂົ້າຮ່ວມ ບັ້ນມອດໄຟ 1 ຊົ່ວໂມງ ເພື່ອໜ່ວຍໂລກ - ảnh 2

ບັ້ນມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກຢູ່​ອົດ​ສະ​ຕາ​ລີ

(ພາບ:tinmoi.vn)

   ​ບັ້ນມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກປີ 2012 ​ໄດ້​ຮັບ​ການ​ຕອບ​ສະໜອງ​ຈາກ​ເກືອບ 150 ປະ​ເທດ​ໃນ​ໂລກ. ນອກຈາກ​ເລື່ອງປະຕິບັດ​ການມອດ​ໄຟ 1 ຊົ່ວ​ໂມງ​ແລ້ວ, ປີ​ນີ້, ບັນດາ​ສ່ວນ​ບຸກຄົນ ​ແລະ ອົງການ​ຈັດຕັ້ງ​ໄດ້ມີ​ບັ​ນດາການ​ເຄື່ອນ​ໄຫວ​ເພື່ອ​ປົກ​ປັກ​ຮັກສາ​ສັນຕິພາບ, ຕ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​. ທ່ານ​ເລຂາທິການ​ໃຫ່ຍສະຫະ​ປະຊາ​ຊາດ​ຖືວ່າ: ການ​ມອດ​ໄຟ ​ແມ່ນ​ວິທີ​ສະ​​ແດງ​ຄຳໝັ້ນສັນຍາ​ຂອງ​ແຕ່ລະຄົນ ກ່ຽວ​ກັບ​ການ​ພັດທະນາ​ພະລັງງານ​ແບບ​ຍືນ​ຍົງ, ພະລັງງານ​ສະອາດ.

    ​ບັ້ນມອດ​ໄຟ 1 ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກປີ 2012 ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ທົ່ວ​ໂລກ​ຕາມ​ອັນ​ດັບ, ປະ​ເທດ​ທຳ​ອິດ​ປະຕິບັດ​ການ​ມອດ​ໄຟ​ໃນ​ຕອນ​ຄ່ຳ​ວັນ​ທີ 31/3​ ແມ່ນປະ​ເທດ​ອົດ​ສະຕີ​ລາ, ຕໍ່​ຈາກ​ນັນ​ແມ່ນ​ປະ​ເທດ​ຈີນ, ສິງກະ​ໂປ, ອິນ​ເດຍ, ອູ​ໄນ​ເຕບອາຣັບ​ເອມມີ​ເລດ…..


ຕອບກັບ

ຂ່າວ/ບົດ​ອື່ນ