ຫວຽດນາມ ເຂົ້າຮ່ວມ “ວັນຄອບຄົວ ອາຊຽນ” ຢູ່ ນິວຢອກ, ປະເທດ ອາເມລິກາ

(VOVWORLD) - ວັນທີ 19 ສິງຫາ, ບັນດາຄະນະຜູ້ຕາງໜ້າຂອງ 10 ປະເທດ ສະມາຊິກ ອາຊຽນ ປະຈຳ ສປຊ ໄດ້ຈັດຕັ້ງ “ວັນຄອບຄົວ ອາຊຽນ” ຢູ່ ສວນສາທາລະນະ Astoria ຂຶ້ນກັບເມືອງ Queens, ນິວຢອກ, ປະເທດ ອາເມລິກາຢ່າງສົມກຽດ. 
ຫວຽດນາມ ເຂົ້າຮ່ວມ “ວັນຄອບຄົວ ອາຊຽນ” ຢູ່ ນິວຢອກ, ປະເທດ ອາເມລິກາ - ảnh 1 ບັນດາຜູ້ຕາງໜ້າຂອງບັນດາປະເທດສະມາຊິກ ອາຊຽນ ເຂົ້າຮ່ວມງານບຸນ

ນີ້ແມ່ນການເຄື່ອນໄຫວມີຄວາມໝາຍ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ ແລະ ມິດຕະພາບລະຫວ່າງບັນດາຄະນະຜູ້ຕາງໜ້າຂອງບັນດາປະເທດ ອາຊຽນ ປະຈຳ ສປຊ ເວົ້າສະເພາະ ແລະ ບັນດາປະເທດສະມາຊິກ ອາຊຽນ ເວົ້າລວມ. ເຂົ້າຮ່ວມເຫດການ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ  ໄດ້ແນະນຳບັນດາສິ່ງທີ່ເປັນມູນເຊື້ອດ້ວຍບັນດາເຍື່ອງອາຫານພື້ນເມືອງ ແລະ ການລະຫຼິ້ນທີ່ມ່ວນຊື່ນ, ດຶງດູດຄວາມສົນໃຈຂອງບັນດາສະມາຊິກຂອງຄະນະອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ