ຫວຽດນາມ ເຂົ້າຮ່ວມ ເວທີປາໄສບຣຸກແຊນ 2015 ແລະ ຄວາມປອດໄພທົ່ວໂລກ

ຫວຽດນາມ ເຂົ້າຮ່ວມ ເວທີປາໄສບຣຸກແຊນ 2015 ແລະ ຄວາມປອດໄພທົ່ວໂລກ - ảnh 1
ເວທີປາໄສບຣຸກແຊນ 2015 ແລະ ຄວາມປອດໄພທົ່ວໂລກ
(ພາບ: Vietnam+)


(vovworld) – ​ໃນ​ລະຫວ່າງ​ວັນ​ທີ 19 – 22/03, ຢູ່​ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ, ​ໄດ້​ດຳ​ເນີນ​ເວທີ​ປາ​ໄສບຣຸກ​ແຊນ 2015 ແລະ ຄວາມ​ປອດ​ໄພ​ທົ່ວ​ໂລກ. ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ລວມມີຜູ້​ແທນ​ 100 ຄົນເຊິ່ງ​ເປັນ​ນັກຮຽນ​ຮູ້, ນັກ​ຄົ້ນຄວ້າ, ນັກ​ການ​ເມືອງ​ໃນ​ພາກ​ພື້ນ ​ແລະ ຢູ່​​ໃນ​ໂລກ. ທ່ານ ຮວ່າງ​ແອ​ງຕວນ, ຜູ້​ຕາງໜ້າ​ໜຶ່ງ​ດຽວຂອງ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ຍຸດທ​ະສາດ​ການ​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ. ​ເມື່ອ​ແລກປ່ຽນ​ກັບ​ນັກ​ຂ່າວ​ຫວຽດນາມ ປະຈຳ​ແບນ​ຊິກ, ທ່ານ​ຮ່ວາງ​ແອ​ງຕວນ ​ເນັ້ນ​ໜັກ​ເຖິງ​ບັນດາ​ບັນຫາປຶກສາ​ຫາລືທີ່​ເວທີ​ປາ​ໄສ ​ໄດ້​ສົງ​ຜົນ​ສະທ້ອນ​ທີ່​ໃຫຍ່​ຫຼວງ​ສຳລັບ​​ນັກ​ວາງ​ແຜນ​ນະ​ໂຍບາຍ ຢູ່ບັນດາ​​ສູນ​ໃຫຍ່​ໃນ​ໂລກ, ຊ່ວຍ​ໃຫ້​ເຂົາ​ເຈົ້າມີ​ຮຂໍ້​ລິ​ເລີ່​ມ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ມີ​ລັກສະນະ​ທົ່ວ​ໂລກ ທີ່ຕິດ​ພັນ​ກ່ຽວ​ກັບຄວາມ​ປອດ​ໄພ, ການ​ເມືອງ, ການ​ຄ້າ, ​ໃນ​ນັ້ນ​ມີ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ສິ່ງ​ດັ່ງກ່າວ​ເຮັດ​ໃຫ້​ບັນດາ​ນັກ​ວາງ​ແຜນ​ນະ​ໂຍບາຍ​ເຫັນ​ວ່າ ຕ້ອງ​ແກ້​ໄຂ​ບັນຫາ​ຢ່າງ​ຖືກຕ້ອງ. ການ​ມີໜ້າ​ຂອງ​ຜູ້ຕາງໜ້າ​ຫວຽດນາມ ທີ່​ເວທີ​ປາ​ໄສ​ຄັ້ງ​ນີ້ ​ໄດ້​ຊີ້​​ໃຫ້​ເຫັນ​ວ່າ, ບັນດາ​ບັນຫາ​ຄວາມ​ປອດ​ໄພ​ຂອງ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ໃນ​ນັ້ນ​ມີ​ການ​ຂັດ​ແຍ້​ງອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແມ່ນ​ບັນຫາ​ຄວາມ​ປອດ​ໄພຂອງ​ທົ່ວ​ໂລກ​ຢ່າງ​ແທດ​ຈິງ ​ແລະ ​ນັບ​ມື້​ນັບດຶງ​ດູດ​​ຄວາມ​ສົນ​ໃຈ​ຂອງ​ບັນດາສູນ ​ແລະ ວົງ​ການນັກວາງ​ແຜນ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ໃນ​ໂລກ. ນອກ​ນັ້ນ, ນັ້ນ​ແມ່ນການ​ສັງ​ເກດ​ຂອງ​ເວທີ​ປາ​ໄສ​ບຣຸກ​ແຊນ ກ່ຽວ​ກັບ​ທີ່​ຕັ້ງ​ບົດບາດ​ຂອງ​ຫວຽດນາມ ​ແລະ ບັນດາ​ການ​ປະກອບສ່ວນຢ່າງ​ຕັ້ງ​ໜ້າ​​ຂອງ​ວົງ​ການ​ນັກຮຽນ​ຮູ້​ຫວຽດນາມ ​ເຂົ້າ​ໃນ​ບັນຫາ​ຄວາມ​ປອດ​ໄພ​​ໃນ​ພາກ​ພື້ນ ​ແລະ ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ