ຫວຽດນາມ ເຂົ້າຮ່ວມ ເວທີປາໄສເສດຖະກິດ ຊາວໜຸ່ມ ອາຊີ - ເອີຣົບ 2019 ຢູ່ ສະຫະພັນ ລັດເຊຍ

(VOVWORLD) -ດ້ວຍພາລະກໍາ ເຊື່ອມຕໍ່ໄວໜຸ່ມ ອາຊີ - ເອີຣົບ ໃຫ້ມີການເຊື່ອມໂຍງ, ເວທີປາໄສເສດຖະກິດຊາວໜຸ່ມ ອາຊີ - ເອີຣົບ ດ້ວຍການເຂົ້າຮ່ວມຂອງຜູ້ແທນນັບພັນຄົນ ທີ່ມາຈາກ 72 ປະເທດໃນໂລກ ຖືກ ໄຂຂຶ້ນໃນວັນທີ 16 ເມສາ

ດ້ວຍພາລະກໍາ ເຊື່ອມຕໍ່ໄວໜຸ່ມ ອາຊີ - ເອີຣົບ ໃຫ້ມີການເຊື່ອມໂຍງ, ເວທີປາໄສເສດຖະກິດຊາວໜຸ່ມ ອາຊີ - ເອີຣົບ ດ້ວຍການເຂົ້າຮ່ວມຂອງຜູ້ແທນນັບພັນຄົນ ທີ່ມາຈາກ 72 ປະເທດໃນໂລກ ຖືກ ໄຂຂຶ້ນໃນວັນທີ 16 ເມສາ, ຢູ່ມະຫາວິທະຍາໄລເສດຖະກິດແຫ່ງຊາດ Ural, ນະຄອນ Ekaterinbur, ສະຫະພັນລັດເຊຍ ດ້ວຍຫົວຂໍ້ຕົ້ນຕໍແມ່ນ “ລັດເຊຍ - ອາຊີີ - ອາຟະລິກາ - ອາເມລິກາ ລາຕີນ: ຄວາມໄວ້ເນື້ອເຊື່ອໃຈ ໃນການຮ່ວມມືທາງດ້ານເສດຖະກິດ”.

ຫວຽດນາມ ເຂົ້າຮ່ວມ ເວທີປາໄສເສດຖະກິດ ຊາວໜຸ່ມ ອາຊີ - ເອີຣົບ 2019 ຢູ່ ສະຫະພັນ ລັດເຊຍ - ảnh 1 ເວທີປາໄສເສດຖະກິດ ຊາວໜຸ່ມ ອາຊີ - ເອີຣົບ 2019 ຢູ່ ສະຫະພັນ ລັດເຊຍ

        ເວທີປາໄສ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາທ່າອ່ຽງໃນປັດຈຸບັນ ໃນພື້ນຖານເສດຖະກິດແຫ່ງຊາດ ແລະ ທົ່ວໂລກ ດ້ວຍຄວາມປາດຖະໜາຢາກສ້າງສະພາບແວດລ້ອມ ແລະ ກໍາລັງໜູນຢ່າງແຮງ ເພື່ອຫັນບັນດາແນວຄວາມຄິດໃຫ້ປະກົດຜົນເປັນຈິງ ແລະ ປຸກລຸກຄວາມສາມາດບົ່ມຊ້ອນປະດິດຄິດສ້າງ, ຄົ້ນຄວ້າວິທະຍາສາດ, ເລີ່ມຕົ້ນທຸລະກິດໃນວົງການໄວໜຸ່ມ.... ໃນຂອບເຂດເວທີປາໄສດັ່ງກ່າວ ຍັງດໍາເນີນກອງປະຊຸມສໍາມະນາຕາມຫົວເລື່ອງສະເພາະ, ແຂ່ງຂັນກິລາມວຍສາກົນ, ບັນດາລາຍການພົບປະແລກປ່ຽນວັດທະນະທໍາ, ສິລະປະ, ງານວາງສະແດງ...

        ທ່ານ ງາເລຈີ໊ເລີ້ຍ ເລທີຜູ້ທີໜຶ່ງ, ຫົວໜ້າພະແນກວຽກງານນັກສຶກສາ ສັງກັດ ສະຖານທູດຫວຽດນາມ ປະຈໍາ ລັດເຊຍ ພ້ອມດ້ວຍບັນດານັກສຶກສາຫວຽດນາມ ທີ່ພວມຮໍ່າຮຽນຢູ່ ມະຫາວິທະຍາໄລ “USUE” ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະ.

        ເວທີປາໄສເສດຖະກິດຊາວໜຸ່ມ ອາຊີ - ເອີຣົບ ຄັ້ງທີ 10  ນີ້ ຈະແກ່ຍາວໄປຮອດວັນທີ 18 ເມສາ ຈິ່ງອັດລົງ.

ວັນເທື່ອງ - ນັກຂ່າວ VOV ປະຈໍາລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ