ຫວຽດນາມ ເຂົ້າຮ່ວມ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສຸດຍອດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

(VOVWORLD) -ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ນຳໜ້າ ໄດ້ເຂົ້າຮ່ວມຢ່າງຕັ້ງຫນ້າແລະ ມີການປະກອບສ່ວນຢ່າງແທດຈິງ, ບັນລຸປະສິດທິຜົນເຂົ້າໃນຜົນງານລວມຂອງກອງປະຊຸມຄັ້ງຕ່າງໆ
ຫວຽດນາມ ເຂົ້າຮ່ວມ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມສຸດຍອດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ - ảnh 1ກອງປະຊຸມສຸດຍອດໄດ້ປິດລົງພາຍຫຼັງທີ່ເຮັດວຽກມາເປັນເວລາ 4 ວັນ
(ພາບປະກອບ: VGP)

ວັນທີ 13 ພະຈິກ, ພາຍຫຼັງກອງປະຊຸມສຸດຍອດອາຊີ (EAS) ຄັ້ງທີ 17, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ການນຳບັນດາປະເທດເຂົ້າຮ່ວມພິທີອັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ພິທີມອບສິດປະທານ ອາຊຽນ ຈາກ ກຳປູເຈຍ ໃຫ້ແກ່ ອິນໂດເນເຊຍ.

ບັນດາກອງປະຊຸມສຸດຍອດໄດ້ປິດລົງພາຍຫຼັງທີ່ເຮັດວຽກມາເປັນເວລາ 4 ວັນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ນຳໜ້າ ໄດ້ເຂົ້າຮ່ວມຢ່າງຕັ້ງຫນ້າແລະ ມີການປະກອບສ່ວນຢ່າງແທດຈິງ, ບັນລຸປະສິດທິຜົນເຂົ້າໃນຜົນງານລວມຂອງກອງປະຊຸມຄັ້ງຕ່າງໆ, ສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍສະໜັບສະໜູນຂອງ ຫວຽດນາມ ຕໍ່ປະທານ ອາຊຽນ 2022 ກຳປູເຈຍ ກໍຄືຕັ້ງໜ້າເສີມຂະຫຍາຍຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບຕໍ່ວຽກງານລວມຂອງ ອາຊຽນ.

ຕອນບ່າຍວັນທີ 13 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມກັບຄະນະຜູ້ແທນ ຫວຽດນາມ ເດີນທາງອອກຈາກ ພະນົມເປັນ ກັບມາປະເທດ, ສິ້ນສຸດການໄປປະຕິບັດງານ, ການຢ້ຽມຢາມ ກຳປູເຈຍ ເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັງທີ 40, 41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ