ຫວຽດນາມ ເຂົ້າຮ່ວມກອງປະຊຸມ AMM-55 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

(VOVWORLD) -ທີ່ບັນດາກອງປະຊຸມ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ພ້ອມກັບຄູ່ຮ່ວມຕຳແໜ່ງ ອາຊຽນ ແລະ ຄູ່ຮ່ວມມື ໄດ້ສະຫງວນເວລາຫຼາຍ ເພື່ອເປັນເອກະພາບການກຳນົດທິດໃນອະນາຄົດ
ຫວຽດນາມ ເຂົ້າຮ່ວມກອງປະຊຸມ AMM-55 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ - ảnh 1(ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 55)

ຕອນບ່າຍວັນທີ 04 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ສືບຕໍ່ມີການເຄື່ອນໄຫວໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 55 (AMM-55) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ພ້ອມກັບບັນດາປະເທດ ອາຊຽນ ຈັດກອງປະຊຸມກັບ ອາເມລິກາ, ອິນເດຍ, ອົດສະຕາລີ, ການາດາ, ນິວຊີແລນ, ສະຫະພາບເອີລົບ (ອີຢູ) ແລະ ສະຫະພັນ ລັດເຊຍ.

        ທີ່ບັນດາກອງປະຊຸມ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ພ້ອມກັບຄູ່ຮ່ວມຕຳແໜ່ງ ອາຊຽນ ແລະ ຄູ່ຮ່ວມມື ໄດ້ສະຫງວນເວລາຫຼາຍ ເພື່ອເປັນເອກະພາບການກຳນົດທິດໃນອະນາຄົດ ແລະ ແລກປ່ຽນທັດສະນະກ່ຽວກັບສະພາບການຢູ່ພາກພື້ນ ແລະ ສາກົນ. ບັນດາປະເທດສະເໜີຫຼາຍມາດຕະການຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ຫຼາຍຮູບຫຼາຍແບບເພື່ອແນໃສ່ໜູນຊ່ວຍ ອາຊຽນ ສ້າງປະຊາຄົມ, ຍູ້ແຮງການຟື້ນຟູ, ມຸ່ງໄປເຖິງການພັດທະນາແບບຍືນຍົງ.

ເມື່ອແບ່ງປັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ແລະ ບັນດາຄູ່ຮ່ວມຕຳແໜ່ງ ອາຊຽນ ໄດ້ຢັ້ງຢືນອີກເທື່ອໜຶ່ງຫຼັກໝັ້ນສະເໝີຕົ້ນສະເໝີປາຍກ່ຽວກັບບັນຫາທະເລຕາເວັນອອກ, ມຽນມາ, ຢູແກຼນ, ແຫຼມເກົາຫຼີ, ຄວາມເຄັ່ງຕຶງລະຫວ່າງບັນດາປະເທດໃຫຍ່… ອາຊຽນ ຢືນຢັນຄືນໃໝ່ຫຼັກໝັ້ນ, ພ້ອມທັງຮຽນຮ້ອງບັນດາຝ່າຍເຄົາລົບກົດໝາຍສາກົນ.

        ເນື່ອງໃນໂອກາດນີ້, ລັດຖະມົນຕີການຕ່າງປະເທດບັນດາປະເທດ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຜັນແປຢູ່່ຊ່ອງແຄບທະເລ ໄຕ້ຫວັນ, ສະແດງຄວາມວິຕົກກັງວົນກ່ຽວກັບຄວາມສ່ຽງຂາດສະຖຽນລະພາບ, ຜົນຮ້າຍແຮງ ແລະ ຍາດທີ່ຈະຄາດຄະເນໄດ້ຕໍ່ພາກພື້ນ. ຖະແຫຼງການກໍ່ຮຽກຮ້ອງຕ້ອງລະງັບໃຈຢ່າງສຸດຂີດ, ເຄົາລົບຫຼັກການ, ກົດບັດຂອງຫະສະຫະປະຊາຊາດ ແລະ TAC.

        ແລະກໍ່ເນື່ອງໃນໂອກາດນີ້, ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ພົບປະກັບຄູ່ຮ່ວມຕຳແໜ່ງບາງປະເທດ ເພື່ອແລກປ່ຽນວິທີການຊຸກຍູ້ການຮ່ວມມືກັບແຕ່ລະປະເທດ. ບັນດາລັດຖະມົນຕີລ້ວນແຕ່ຕີລາຄາສູງບົດບາດຂອງ ຫວຽດນາມ ຢູ່ພາກພື້ນ, ຢືນຢັນວ່າ ຢາກເປີດກ້ວາງການຮ່ວມມືກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ