ຫວຽດນາມ ເຂົ້າຮ່ວມກອງປະຊຸມ G7 ເປີດໂອກາດສ້າງການພົວພັນເສດຖະກິດ ແລະ ພຸມສາດການເມືອງກັບການາດາ

(VOVWORLD) -   ບົດຂຽນໄດ້ຊີ້ແຈ້ງເລື່ອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ G7 ເປີດກ້ວາງ ແລະ ຢ້ຽມຢາມ ການາດາ ມີຄວາມໝາຍສຳຄັນພິເສດ
ຫວຽດນາມ ເຂົ້າຮ່ວມກອງປະຊຸມ G7 ເປີດໂອກາດສ້າງການພົວພັນເສດຖະກິດ ແລະ ພຸມສາດການເມືອງກັບການາດາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີການຢ້ຽມຢາມ ການາດາ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ 7 ພື້ນຖານອຸດສາຫະກຳ ພັດທະນາແຖວໜ້າຂອງໂລກ (G7) ເປີດກ້ວາງຢູ່ແຂວງ Quebec, ແວບໄຊຂອງກອງທຶນ ອາຊີ - ປາຊີຟິກ ການາດາ (APF ການາດາ) ໃນວັນທີ 9 ມິຖຸນາໄດ້ລົງບົດຂຽນດ້ວຍຫົວຂໍ້ວ່າ “ຫວຽດນາມ ເຂົ້າຮ່ວມກອງປະຊຸມ G7 ເປີດໂອກາດສ້າງການພົວພັນເສດຖະກິດ ແລະ ພຸມສາດການເມືອງກັບການາດາ” ຂອງສຳນັກຂ່າວສານ ຫວຽດນາມ.

        ບົດຂຽນໄດ້ຊີ້ແຈ້ງເລື່ອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ G7 ເປີດກ້ວາງ ແລະ ຢ້ຽມຢາມ ການາດາ ມີຄວາມໝາຍສຳຄັນພິເສດ ໃນຂະນະທີ່ 2 ປະເທດພວມມີການເຄື່ອນໄຫວຕ່າງໆທີ່ແທດຈິງ ເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

        ບົດຂຽນໄດ້ທົບທວນຄືນບັນດາໝາກຜົນແຫ່ງການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ ຫວຽດນາມ ແລະ ການາດາ ໃນບັນດາຂົງເຂດຄື: ເສດຖະກິດ, ການຄ້າ ແລະ ການລົງທຶນ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ… ພິເສດ, ບົດຂຽນໄດ້ຊີ້ແຈ້ງເລື່ອງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ເຊິ່ງທັງ ຫວຽດນາມ ແລະ ການາດາ ລ້ວນແຕ່ແມ່ນສະມາຊິກ ຈະເປີດກາລະໂອກາດຫຼາຍຢ່າງ ແລະ ສ້າງຄວາມສະດວກໃຫ້ແກ່ຕະຫຼາດສິນຄ້າຂອງກັນ, ພ້ອມທັງໜູນຊ່ວຍກັນໃນການສຳຜັດກັບຕະຫຼາດພາກພື້ນ ແລະ ຢູ່ໃນໂລກ. ການພັດທະນາຢ່າງແຮງໃນການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດໃນໄລຍະຜ່ານມາຈະແມ່ນພື້ນຖານສຳຄັນເພື່ອຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ການາດາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ