ຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ຊຸກຍູ້ TPP ຢູ່ ອົດສຕຣາລີ

(VOVWORLD) -ຕອນບ່າຍວັນທີ 28 ສິງຫາ, ກອງປະຊຸມບັນດາເຈົ້າໜ້າທີຂັ້ນສູງ (SOM) ຂອງ 11 ປະເທດຍັງເຫຼືອເຂົ້າຮ່ວມເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟີກ (TPP) ໄຂຂື້ນຢູ່ Sydney, ອົດສຕຣາລີ, ເພື່ອຊອກຫາວິທີຊຸກຍູ້ຂໍ້ຕົກລົງນີ້ພາຍຫຼັງ ອາເມລິກາ ຖອນອອກແຕ່ຕົ້ນປີນີ້.

ຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ຊຸກຍູ້ TPP ຢູ່ ອົດສຕຣາລີ - ảnh 1 ຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ຊຸກຍູ້ TPP ຢູ່ ອົດສຕຣາລີ

(ພາບ: baotintuc.vn)

ຄະນະ ຫວຽດນາມ ໂດຍທ່ານ ເຈີ່ນກວົກແຄ໋ງ ລັດຖະມົນຕີກະຊວງອຸດສະຫະກຳການຄ້າ ນຳໜ້າ, ເຂົ້າຮ່ວມບັນດາວາລະປຶກສາຫາລືທີກອງປະຊຸມ. ກວ່າຄຳເຫັນໄຂກອງປະຊຸມ, ທ່ານ Justin Brown, ຫົວໜ້າຄະນະເຈລະຈາປະເທດເຈົ້າພາບ ອົດສຕຣາລີ ປາດຖະໜາຢາກ ບັນລຸໄດ້ບັນດາຂໍ້ຕົກລົງສຸດທ້າຍເພື່ອໃຫ້ TPP ສາມາດມີຜົນສັກສິດພາຍຫຼັງ ກອງປະຊຸຂັ້ນສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟີກ (APEC) ຢູ່ ດ່າໜັງ, ຫວຽດນາມ ໃນເດືອນ 11 ຈະມາເຖິງ. ເຂົ້າຮ່ວມກອງປະຊຸມ, ຜູ້ຕາງໜ້າຈຳນວນໜື່ງຈາກບັນດາປະເທດສະມາຊິກຫວັງວ່າການເຈລະຈາຈະໄດ້ຮັບຜົນໂດຍໄວພາຍຫຼັງທີ່ທ່ານ ປະທານາທິບໍດີ ອາເມລິກາ Donald Trump ແຫຼງການຖອນອອກຈາກຂໍ້ຕົກລົງນີ້ເພື່ອເດືອນ 1/ 2017.

        ໃນ 3 ວັນທີ, ລະຫວ່າງວັນທີ 28 ເຖິງ 30 ສິງຫາ, ບັນດານັກເຈລະຈາ 11 ປະເທດ ດຳເນີນການບັນດາວາລະປຶກສາຫາລື ເພື່ອແນໃສ່ຊອກຫາວິທີປັບປຸງ ເອກະສານກົກຂອງສັນຍາ TPP ໃຫ້ເໝາະສົມກັບສະພາບຕົວຈິງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ