ຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ຊຸກຍູ້ TPP ຢູ່ ອົດສະຕາລີ

(VOVWORLD) - ຕອນບ່າຍວັນທີ 28 ສິງຫາ, ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງ (SOM) ຂອງ 11 ປະເທດທີ່ຍັງເຫຼືອເຂົ້າຮ່ວມເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟີກ (TPP) ທີ່ໄຂຂື້ນຢູ່ Sydney, ອົດສະຕາລີ, ເພື່ອຊອກຫາວິທີຊຸກຍູ້ຂໍ້ຕົກລົງນີ້ພາຍຫຼັງ ອາເມລິກາ ຖອນອອກແຕ່ຕົ້ນປີນີ້.
ຫວຽດນາມ ເຂົ້າຮ່ວມກອງປະຊຸມ SOM ຊຸກຍູ້ TPP ຢູ່ ອົດສະຕາລີ - ảnh 1 ກອງປະຊຸມ ກ່ຽວກັບ TPP ຢູ່ ອົດສະຕາລີ

ຄະນະ ຫວຽດນາມ ໂດຍທ່ານ ເຈີ່ນກວັກແຄ໋ງ ລັດຖະມົນຕີກະຊວງອຸດສະຫະກຳການຄ້າ ນຳໜ້າ, ເຂົ້າຮ່ວມບັນດາວາລະປຶກສາຫາລືທີ່ກອງປະຊຸມ. ກວ່າຄຳເຫັນໄຂກອງປະຊຸມ, ທ່ານ Justin Brown, ຫົວໜ້າຄະນະເຈລະຈາປະເທດເຈົ້າພາບ ອົດສະຕາລີ ປາດຖະໜາຢາກ ບັນລຸໄດ້ບັນດາຂໍ້ຕົກລົງສຸດທ້າຍເພື່ອໃຫ້ TPP ສາມາດມີຜົນສັກສິດພາຍຫຼັງ ກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟີກ (APEC) ຢູ່ ດ່າໜັງ, ຫວຽດນາມ ໃນເດືອນ 11 ທີ່ຈະມາເຖິງ. ເຂົ້າຮ່ວມກອງປະຊຸມ, ຜູ້ຕາງໜ້າຈຳນວນໜື່ງຈາກບັນດາສະມາຊິກປະເທດຫວັງວ່າການເຈລະຈາຈະໄດ້ຮັບຜົນໂດຍໄວພາຍຫຼັງທີ່ທ່ານ ປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງການຖອນອອກຈາກຂໍ້ຕົກລົງນີ້ເມື່ອເດືອນ 1/ 2017.

        ໃນ 3 ວັນ, ລະຫວ່າງວັນທີ 28 ເຖິງ 30 ສິງຫາ, ບັນດານັກເຈລະຈາ 11 ປະເທດ ດຳເນີນການບັນດາວາລະປຶກສາຫາລື ເພື່ອແນໃສ່ຊອກຫາວິທີປັບປຸງ ເອກະສານກົກຂອງສັນຍາ TPP ໃຫ້ເໝາະສົມກັບສະພາບຕົວຈິງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ