ຫວຽດນາມ ເຂົ້າຮ່ວມກອງປະຊຸມ ຄົມມະນາຄົມຂົນສົ່ງອາຊຽນ

ຫວຽດນາມ ເຂົ້າຮ່ວມກອງປະຊຸມ ຄົມມະນາຄົມຂົນສົ່ງອາຊຽນ - ảnh 1
(ພາບປະກອບ)

(vovworld) -     ທ່ານ​ລັດຖະມົນຕີ​ກະຊວງຄົມ​ມະ​ນາ​ຄົມຂົງສົ່ງຫວຽດນາມ Dinh La Thang ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​​ຄົມ​ມະ​ນາ​ຄົມຂົງສົ່ງ​ອາ​ຊຽນ (ATM) ຄັ້ງ​ທີ 18 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ ​ເຊິ່ງຖືກ​ຈັດ​ຂຶ້ນ​ຢູ່​ບາ​ລີ, ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໃນ​ລະຫວ່າງ​ວັນ​ທີ 29 – 30/11/2012. ​ດັ່ງ​ທີ​ຮູ້​ແລ້ວ​ວ່າ, ກອງ​ປະຊຸມ ATM ຄັ້ງ​ທີ 17 ​ໄດ້​ດຳ​ເນີນ​ໄປ​ຢູ່​ພະ​ນົມ​ເປັນ, ປະ​ເທດ​ກຳປູ​ເຈຍ ​ແລະ ​ໄດ້​ຮັບຮອງ​​ໂຄງ​ຮ່າງປະຕິບັດ​ຕະຫຼາດການບິນ​ເອກະ​ພາບ​ອາ​ຊຽນ (ASAM), ​ເຊິ່ງລວມມີ​ບັນດາ​ຂົງ​ເຂດ​ຄື: ​ການ​ຂົນສົ່ງ​ທາງ​ອາກາດຢ່າງເສລີ, ​ເປັນ​ເອກະ​ພາບ​​ບັນດາ​ມາດຕະຖານ ​ແລະ ພຶດຕິ​ກຳຕົວ​ຈິງ​ກ່ຽວ​ກັບ​ຄວາມ​​ປອດ​ໄພ, ຄວາມ​ໝັ້ງຄົງ​ຫັນວິວັດ​ການ​ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ໃຫ້ ASAM ມີ​ຄວາມ​ກົມກຽວ. ​ເພື່ອ​ແນ​ໃສ່​ເຮັດ​ໃຫ້ການ​ຂົນສົ່ງ​ສິນຄ້າ​ໃນ​ພາກ​ພື້ນໄດ້​ຮັບ​ທະລຸ​ລ່ວງ​, ກອງ​ປະຊຸມ ATM ຄັ້ງ​ທີ 17 ​ໄດ້​ລົງ​ນາມ​​ໃນອານຸສັນຍາ​ເລກທີ 6 ກ່ຽວ​ກັບ​ສະຖານ​ີ​ສົ່ງ​ຕໍ່ ​ແລະ ສະຖານ​ີລົດ​ໄຟ​ຢູ່ຊາຍ​ແດນ​, ປະຕິບັດ​ສັນຍາ​ແມ່ ກ່ຽວ​ກັບ​ການ​ອຳນວຍຄວາມ​ສະດວກ​ສະບາຍ​ໃນ​ການ​ຂົນ​ສົ່ງ​ສິນຄ້າ​ຂ້າມ​ຊາຍ​ແດນ​, ຖື​ນີ້​ແມ່ນ​ບາດກ້າວ​ໃຫຍ່​ໃນ​ຄວາມ​ມານະ​ພະຍາຍາມ​ຂອງ​ອາ​ຊຽນ ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່ການ​ໄປມາ​ຂອງ​ລົດ​ໄຟ​ຂົນ​ສົ່ງ​ສິນຄ້າ​ຜ່ານ​ຊາຍ​ແດນ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ