ຫວຽດນາມ ເຂົ້າຮ່ວມກອງປະຊຸມ ສະຫະກອນບັນດາປະເທດ ອາຊີ - ປາເຊຟິກ

ຫວຽດນາມ ເຂົ້າຮ່ວມກອງປະຊຸມ ສະຫະກອນບັນດາປະເທດ ອາຊີ - ປາເຊຟິກ - ảnh 1
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ
(ພາບ: vietnamplus.vn)

​ແຕ່​ວັນ​ທີ 27 – 29/2, ຢູ່​ບັງ​ກອກ ປະ​ເທດ​ໄທ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ລັດຖະມົນຕີ​ສະຫະກອນ​ບັນດາ​ປະ​ເທດ ອາຊີ - ປາ​ເຊ​ຟິກ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ລັດຖະມົນຕີ, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ມາ​ຈາກ 20 ປະ​ເທດ​ໃນ​ພາກ​ພື້ນ, ພ້ອມ​ກັບຜູ້ຕາງໜ້າ​ອົງການ​ອາ​ຫານ - ການກະ​ເສດ ສະຫະ​ປະຊາ​ຊາດ ​ແລະ ບາງ​ອົງການ​ສາກົນ​ອື່ນ. ທ່ານ ຫງວຽນ​ດັງ​ຄວາ, ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ​ໃນ​ນັ້ນ​ຊີ້​ແຈ້ງ​ກາລະ​ໂອກາດ​ພັດທະນາ, ບັນດາ​ຄວາມ​ຫຍູ້​ງຍາກ, ສິ່ງ​ທ້າ​ທາຍ ​ແລະ ບາງ​ບັນຫາ​ເພື່ອ​ພັດທະນາ​ຮູບ​ແບບ​ສະຫະກອນ, ພ້ອມ​ກັນ​ນັ້ນກໍ​ຢືນຢັນ​ວ່າ: ຫວຽດນາມ​ຈະ​ມານະ​ພະຍາຍາມ​ຮ່ວມ​ມື​ກັບ​ສະຫະພັນ​ບັນດາ​ສະຫະກອນ​ສາກົນ ​ແລະ ບັນດາ​ປະ​ເທດ ​ເພື່ອ​ນຳ​ການ​ເຄື່ອນ​ໄຫວ​ຂອງ​ສະຫະກອນ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ.

ກ່ອນ​ໜ້າ​ນັ້ນ, ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ກອງ​ປະຊຸມ, ທ່ານນາງ Pauline Green, ປະທານ​ສະຫະພັນ​ສະຫະກອນ​ສາກົນ (ຫຼື ICA)​ ໄດ້​ຄັດ​ສະ​ເໜີ​ການ​ຕີ​ລາຄາ​ຂອງ​ສະຫະ​ປະຊາ​ຊາດ​ໂດຍ​ຖື​ວ່າ​: “ບັນດາ​ສະຫະກອນ​ໄດ້​ປະກອບສ່ວນ​ປັບປຸງ​​ຊີວິດການ​ເປັນ​ຢູ່​ຂອງ 50% ຈຳນວນປະຊາກອນ​ຂອງໂລກ”. ທ່ານ​ນາງ Green ​ໃຫ້​ຮູ້​ວ່າ, ​ເລື່ອງ​ປະກາດ​ປີ 2012 ​ແມ່ນ​ “ປີ​​ບັນດາ​ສະຫະກອນສາກົນ” ​ເພື່ອ​ສ້າງ​ໂລກ​​ໜຶ່ງ​ດີງາມ​ກ່ວາ, ສະຫະ​ປະຊາ​ຊາດ ​ໄດ້​ກຳ​ນົດບົດບາດ​ສຳຄັນ​ຂອງ​ຮູບ​ແບບ​ສະຫະກອນ​ໃນ​ການ​ຊຸກຍູ້ ​ແລະ ໜູນ​ຊ່ວຍ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ໃນ​ທົ່ວ​ໂລກ​ໃນ​ປະມານ 180 ປີຜ່ານມາ.

 

ຂ່າວ/ບົດ​ອື່ນ