ຫວຽດນາມ ເຂົ້າຮ່ວມກອງປະຊຸມ ຫຼຸດຜ່ອນກຳລັງອາວຸດ ຢູ່ ຊະວິດ

ຫວຽດນາມ ເຂົ້າຮ່ວມກອງປະຊຸມ ຫຼຸດຜ່ອນກຳລັງອາວຸດ ຢູ່ ຊະວິດ - ảnh 1
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິນ​ມິນ
(ພາບ: An Đăng/TTXVN)

(vovworld) – ທີ່​ບັນດາ​ວາລະ​ປະຊຸມ​ຂັ້ນ​ສູງ​ຂອງກອງ​ປະຊຸມຫຼຸດຜ່ອນ​ອາວຸດ​ປີ 2013 ທີ່​ຖືກ​ດຳ​ເນີນ​ແຕ່ວັນ​ທີ 25/2 – 1/3 ຢູ່​ເຊິ​​ແນວ ປະ​ເທດ ຊະ​ວິດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຫຼາຍຄະນະ​ຜູ້​ແທນ ທີ່​ມາ​ຈາກ​ບັນດາ​ປະ​ເທດ​​ໃນ​ໂລກ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິນ​ມິນ ນຳ​ໜ້າ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຂັ້ນ​ສູງ​ຂອງ​ກອງ​ປະຊຸມ​ຫຼຸດຜ່ອນ​ອາວຸດ ​ເມື່ອ​ວັນ​ທີ 26/2, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິນ​ມິນ  ​ໃຫ້​ຮູ້​ວ່າ​: ຍາມ​ໃດ ຫວຽດນາມ ກໍ່​ຮັບ​ຮູ້​ໄດ້​ວ່າ: ບັນດາ​ການ​ທ້າ​ທາຍ​ທີ່​ວາງ​ອອກ​ໃຫ້​ກອງ​ປະຊຸມ​ຫຼຸດຜ່ອນກຳລັງອາວຸດ​ໃນ​ການ​ຢັ້ງຢືນ​ບົດບາດ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຄືນ​ໃໝ່, ​ແບ່ງປັນ​ບັນດາ​ຄວາມ​ວິຕົກ​ວັງ​ວົນ ​ແລະ ຜົນ​ປະ​ໂຫຍ​ດລວມຂອງ​ບັນດາ​ປະ​ເທດ​ສະມາ​ຊິກ​ອື່ນ. ດ້ວຍ​ເລື່ອງ​ກ​ອງປະຊຸມ​ຫຼຸດຜ່ອນ​ກຳລັງ​ອາວຸດ ຮັບຮອງ​ເອົາ​ໂຄງການ​ດຳ​ເນີນ​ງານ​ໃນ​ປີ 2013, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິນ​ມິນ ​ເຊື່ອ​ໝັ້ນ​ວ່າ: ​ເລື່ອງ​ຮັບຮອງ​ເອົາ ​ແລະ ປະຕິບັດ​ໂຄງການ​ເຮັດ​ວຽກ​ຮອບດ້ານ ​ແລະ ມີ​ຄວາມ​ດຸ່ນດຽງ ​ແມ່ນ​ວິທີ​ດຽວ ​ເພື່ອ​​ແກ້​ໄຂສະພາບ​ການ​ບໍ່​ມີ​ທາງ​ອອກ​ປະຈຸ​ບັນ.

        ​​ໃນວັນ​ທີ 26/2, ຢູ່​ນອກ​ກອງ​ປະຊຸມ​ຫຼຸດຜ່ອນ​ກຳລັງ​ອາວຸດ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິນ​ມິນ ຍັງ​ມີ​ການ​ພົບ​ປະ 2 ຝ່າຍ ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ Monaco Jose Badia, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Croatia Josko Klisovic, ລັດຖະມົນຕີ​ກະຊວງຍຸຕິ​ທຳ Rwanda Tharcisse Karugarama….

ຂ່າວ/ບົດ​ອື່ນ