ຫວຽດນາມ ເຂົ້າຮ່ວມກອງປະຊຸມການທະນາຄານ ອາຊຽນ ຄັ້ງທີ 22

(VOVWORLD) -    ກອງປະຊຸມການທະນາຄານ ອາຊຽນ ຄັ້ງທີ 22 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ນະຄອນຫຼວງພະນົມເປັນ, ປະເທດ ກໍາປູເຈຍ ໃນຕອນເຊົ້າວັນທີ 25 ພະຈິກ.
ຫວຽດນາມ ເຂົ້າຮ່ວມກອງປະຊຸມການທະນາຄານ ອາຊຽນ ຄັ້ງທີ 22  - ảnh 1 ກອງປະຊຸມການທະນາຄານ ອາຊຽນ ຄັ້ງທີ 22 (ພາບ: TTXVN)

        ກອງປະຊຸມໄດ້ດໍາເນີນພາຍໃຕ້ຫົວຂໍ້ “ອາຊຽນ ເຊື້ອມຕໍ່ຮອດປີ 2025: ໂລກອັດສະລິຍະໃໝ່,  ປະດິດຄິດສ້າງດີຈີຕອນເພື່ອພາກພື້ນທະນາຄານ ອາຊຽນ”, ກອງປະຊຸມ ໂດຍສະຫະສະມາຄົມບັນດາທະນາຄານ ກໍາປູເຈຍ (ABC) ແລະ ສະຫະສະມາຄົມບັນດາທະນາຄານໃນ ອາຊຽນ (ABA) ຮ່ວມກັນຈັດຕັ້ງ. ນໍາໜ້າຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫງວຽນຕວ່ານຖັ໊ງ, ເລຂາທິການໃຫຍ່ສະຫະສະມາຄົມທະນາຄານຫວຽດນາມ.

        ນະທີ່ນີ້, ບັນດານັກປາຖະກະຖາທີ່ມີສື່ສຽງ ກໍໄດ້ມີບົດປະກອບຄໍາເຫັນ ກ່ຽວກັບບັນດາຫົວຂໍ້ທີ່ຈໍາເປັນ ຢູ່ກອງປະຊຸມການທະນາຄານ ອາຊຽນ ຄັ້ງທີ 22, ພິເສດແມ່ນຂະບວນວິວັດຫັນເປັນດີຈີຕອນ ແລະ ເຕັກໂນໂລຢີການເງິນ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, blockchain ແລະ ການຫັນເປັນດີຈີຕອນໃນຂົງເຂດການທະນາຄານ ແລະ ບັນດາການບໍລິການການເງິນ. ໃນຂອບເຂດກອງປະຊຸມ ທີ່ຈັດຂຶ້ນໃນລະຫວ່າງວັນທີ 26 – 27 ພະຈິກ ຈະດໍາເນີນກອງປະຊຸມຄັ້ງທີ 49 ສະພາການທະນາຄານ ອາຊຽນ ສະຫງວນສະເພາະໃຫ້ສະມາຊິກສະຫະສະມາຄົມບັນດາທະນາຄານໃນອາຊຽນ.


ຕອບກັບ

ຂ່າວ/ບົດ​ອື່ນ