ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງສະພາສິດທິມະນຸດ ສະຫະປະຊາຊາດ

ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງສະພາສິດທິມະນຸດ ສະຫະປະຊາຊາດ - ảnh 1
ກອງປະຊຸມຂອງສະພາ​ສິດທິ​ມະນຸ​ດ ສະຫະ​ປະຊາ​ຊາດ
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 27/2, ກອງ​ປະຊຸມ​ຄັ້ງ​ທີ 19 ສະພາ​ສິດທິ​ມະ​ນຸດ​ສະຫະ​ປະຊາ​ຊາດ ​ໄດ້​ຖືກໄຂ​ຂຶ້ນ​ຢູ່ ​Gionevo ປະ​ເທ​ດ ສະ​ວິດ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ 80 ທ່ານ ພ້ອມ​ກັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຫຼາຍ​ທ່ານ​ມາ​ຈາກ​ບັນດາ​ປະ​ເທດສະມາຊິກ ​ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ສາກົນ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເລ​ເລືອ​ງມິນ ນຳ​ໜ້າ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແກ່ຍາວ​ຮອດ​ວັນ​ທີ 23/3. ຄາດ​ວ່າ, ຄະນະ​ຜູ້​ແທນ​ຫວຽດນາມ​ຈະ​ມີ​ບົດປາ​ໄສ​ທີ່​ກອງ​ປະຊຸມ​ໃນ​ວັນ​ທີ 29/2. ຫົວ​ຂໍ້​ຂອງ 9 ວາລະ​ປຶກສາ​ຫາລື​ໃນ​ຂອບ​ເຂ​ດດຳ​ເນີນ​ກອງ​ປະຊຸມ​ສຸມ​ໃສ່​​ບັນດາ​ບັນຫາ​ຄື: ການ​ພົວພັນ​ລະຫວ່າງ​ກິລາ ​ແລະ ສິດທິ​ມະນຸດ, ສິດ​ເສລີ​ໃນ​ການ​ປາກ​ເວົ້າ​ທາງອີ​ນເຕີ​ເນັດ ​ແລະ ສິ​ດຂອງ​ຄົນ​ພິການ. ບັນດາ​ບົດ​ລາຍ​ງານ​ຂອງ​ຂ້າ​ຫຼວງ​ໃຫຍ່​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ແລະ ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ສະພາບ​​ສິດທິ​ມະນຸດ​ຢູ່ Palextin ​ແລະ ບັນດາ​ເຂດ​ດິນ​ ອາ​ຣັບ ຖືກ​ຢືດຄອງ​ອື່ນ​ກໍ່​ຖືກ​ນຳ​ມາ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ຄັ້ງ​ນີ້. ຢູ່​ນອກ​ກອງ​ປະຊຸມ, ຄະນະ​ຜູ້​ແທນຫວຽດນາມ ກໍ​ມີ​ບັນດາ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ບັນດາ​ປະ​ເທດ ​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​ແກ່​ເລື່ອງ​ຫວຽດນາມ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ອາຍຸ​ການ 2013 – 2016.

ຂ່າວ/ບົດ​ອື່ນ