ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 2, ຊຸດທີ 71 ຂອງ ຄະນະກໍາມະການກົດໝາຍສາກົນ, ສປຊ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ, ສະມາຊິກ ຫວຽດນາມ ຂອງ ຄະນະກໍາມະການກົດໝາຍສາກົນ ຂຶ້ນກັບ ສປຊ (ILC) ໄດ້ເຂົ້າຮ່ວມກອງປະຊຸມຄ້ັງທີ 2, ຊຸດທີ 71 ຂອງ ILC ທີ່ສໍານັກງານ ສປຊ ຢູ່ ເຊີແນວ, ປະເທດສະວິດ. 
ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 2, ຊຸດທີ 71 ຂອງ ຄະນະກໍາມະການກົດໝາຍສາກົນ, ສປຊ - ảnh 1ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ, ສະມາຊິກ ຫວຽດນາມ ຂອງ ຄະນະກໍາມະການກົດໝາຍສາກົນ ຂຶ້ນກັບ ສປຊ (ພາບ: TTXVN) 

  ໃນລະຫວ່າງວັນທີ 8 – 9 ສິງຫາ, ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ, ສະມາຊິກ ຫວຽດນາມ ຂອງ ຄະນະກໍາມະການກົດໝາຍສາກົນ ຂຶ້ນກັບ ສປຊ (ILC) ໄດ້ເຂົ້າຮ່ວມກອງປະຊຸມຄ້ັງທີ 2, ຊຸດທີ 71 ຂອງ ILC ທີ່ສໍານັກງານ ສປຊ ຢູ່ ເຊີແນວ, ປະເທດສະວິດ. ກອງປະຊຸມຄັ້ງນີ້, ສືບຕໍ່ພິຈາລະຈາບັນດາຫົວຂໍ້ກ່ຽວກັບກົດໝາຍສາກົນໃນລາຍການເຮັດວຽກຂອງ ILC. ໝາກຜົນແມ່ນ ILC ໄດ້ຮັບຮອງເອົາຮ່າງບົດລາຍງານ ແລະ ສະແດງຄວາມຄິດເຫັນກ່ຽວກັບ 3 ຫົວຂໍ້ຄື: ໂທດກໍາຕ້ານຄືນມວນມະນຸດ; ຂໍ້ກໍານົດ, ຄໍາສັ່ງໃນກົດໝາຍສາກົນ ແລະ ປົກປັກຮັກສາສະພາບແວດລ້ອມໃນການປະທະກັນດ້ວຍອາວຸດ. ພິເສດ, ILC ໄດ້ປຶກສາຫາລື ແລະ ຮັບຮອງເອົາແຜນການເຮັດວຽກຂອງກຸ່ມນັກຄົ້ນຄວ້າກ່ຽວກັບ “ຜົນກະທົບຂອງລະດັບນໍ້າທະເລຂຶ້ນສູງທີ່ກ່ຽວພັນກັບກົດໝາຍສາກົນ” ເຊິ່ງເປັນຫົວຂໍ້ໃໝ່ໃນລາຍການເຮັດວຽກຂອງຄະນະກໍາມະການ. ນະທີ່ນີ້, ສະມາຊິກຂອງຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ILC. ພ້ອມທັງສະເໜີໃຫ້ສ້າງບັນດາຂໍ້ກໍານົດຂອງກົດໝາຍສາກົນບົນຫຼັກການເຄົາລົບຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ, ສິດທິມະນຸດ ແລະ ພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ