ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ຄັ້ງ​ທີ 61 ບັນດາ​ສະພາ ຂອງ​ບັນດາ​ປະ​ເທດ ສະມາຊິກ WIPO

(VOVWORLD) -  ວັນທີ 21 ກັນຍາ ຢູ່ສໍານັກງານ ອົງການຊັບສິນທາງປັນຍາ (WIPO) ຢູ່ ເຊີແນວ ປະເທດ ສະວິດ ໄດ້ດໍາເນີນພິທີໄຂ ກອງປະຊຸມປະຈໍາປີຄັ້ງທີ 61 ບັນດາສະພາ ຂອງບັນດາປະເທດສະມາຊິກ WIPO ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 750 ຄົນທີ່ມາຈາກ 135 ປະເທດ… 
ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​​ຄັ້ງ​ທີ 61 ບັນດາ​ສະພາ ຂອງ​ບັນດາ​ປະ​ເທດ ສະມາຊິກ WIPO - ảnh 1ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ (ພາບ: TTXVN)

      ໃນບົດກ່າວປາໄສລວມຂອງ ອາຊຽນ, ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈໍາ ສປຊ, ອົງການການຄ້າໂລກ (WTO) ແລະບັນດາອົງການຈັດຕັ້ງສາກົນອື່ນ ຢູ່ ເຊີແນວ ໄດ້ຢັ້ງຢືນວ່າ ໃນສະພາບການໂລກລະບາດໂຄວິດ - 19 ແລະ ການຊຸກຍູ້ການຟື້ນຟູພາຍຫຼັງໂລກລະບາດ, ບັນດາປະເທດ ອາຊຽນ ໄດ້ໃຫ້ບຸລິມະສິດຊຸກຍູ້ການຫັນໄປສູ່ເຕັກໂນໂລຢີ ດີຈີຕອນ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ. ພ້ອມທັງເນັ້ນໜັກວ່າ: ຫວຽດນາມ ປາດຖະໜາ ແລະ ເຊື່ອໝັ້ນວ່າ ອົງການ WIPO ຈະສືບຕໍ່ບັນລຸໄດ້ຄວາມຄືບໜ້າໃນການເພີ່ມທະວີລະບົບຫຼັກການຊັບສິນທາງປັນຍາ, ຮັບປະກັນຄວາມດຸ່ນດ່ຽງລະຫວ່າງການຊຸກຍູ້ການປ່ຽນແປງໃໝ່, ປະດິດຄິດສ້າງ ແລະ ການປະຕິບັດໂຄງການພັດທະນາຂອງ WIPO ເພື່ອຜົນປະໂຫຍດຂອງບັນດາປະເທດສະມາຊິກ.  

ຕອບກັບ

ຂ່າວ/ບົດ​ອື່ນ