ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 88 ສະມັດຊາໃຫຍ່ INTERPOL

(VOVWORLD) - ໃນລະຫວ່າງວັນທີ 15 – 18 ຕຸລາ, ຢູ່ປະເທດ ຈີເລ, ຄະນະຜູ້ແທນຂັ້ນສູງກະຊວງຕຳຫລວດ ຫວຽດນາມ ໂດຍທ່ານພົນໂທ ຫງວຽນວັນແທ່ງ, ຮອງລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໄດ້ນຳໜ້າເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ INTERPOL ຄັ້ງທີ 88 ຢູ່ນະຄອນຫລວງ Santiago de Chile. 

ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນ 900 ທ່ານທີ່ມາຈາກ 162 ປະເທດສະມາຊິກ INTERPOL ແລະ ອົງການຈັດຕັ້ງສັງເກດການບາງແຫ່ງ, ບັນດາຄູ່ຮ່ວມມືພາກເອກະຊົນຂອງ INTERPOL…

ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 88 ສະມັດຊາໃຫຍ່ INTERPOL - ảnh 1 ທ່ານພົນໂທ ຫງວຽນວັນແທ່ງ, ຮອງລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ (ພາບ: TTXVN)

        ທີ່ກອງປະຊຸມສະມັດຊາໃຫຍ່ INTERPOL. ທ່ານຮອງລັດຖະມົນຕີ ຫງວຽນວັນແທ່ງ ສະເໜີໃຫ້ ບັນດາປະເທດໜູນຊ່ວຍ ຫວຽດນາມ ຮັບປະກັນຄວາມສະຫງົບ, ຄວາມປອດໄພຢ່າງເດັດຂາດໃຫ້ແກ່ບັນດາເຫດການສາກົນສຳຄັນເຊິ່ງໄດ້ຈັດຕັ້ງຢູ່ ຫວຽດນາມ ໃນໄລຍະຈະມາເຖິງ, ພິເສດແມ່ນ ເມື່ອ ຫວຽດນາມ ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021, ເປັນປະທານ ອາຊຽນ ໃນປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ