ຫວຽດນາມ ເຂົ້າຮ່ວມກອງປະຊຸມນະໂຍບາຍປ້ອງກັນຄວາມສະຫງົບ ເວທີປາໄສພາກພື້ນ ອາຊຽນ

(VOVWORLD) - ກອງປະຊຸມນະໂຍບາຍປ້ອງກັນຄວາມສະຫງົບເວທີປາໄສພາກພື້ນ ອາຊຽນ (ASPC) ໄຂຂຶ້ນໃນວັນທີ 29 ມິຖຸນາ ຢູ່ ມານີລາ, ປະເທດ ຟີລິບປິນ ດ້ວຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກຂຶ້ນກັບເວທີປາໄສພາກພື້ນ ອາຊຽນ (ARF). 
 
ຫວຽດນາມ ເຂົ້າຮ່ວມກອງປະຊຸມນະໂຍບາຍປ້ອງກັນຄວາມສະຫງົບ ເວທີປາໄສພາກພື້ນ ອາຊຽນ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ພົນໂທ ຟ້າມງອກມີງ, ຮອງຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ທີ່ວາລະປຶກສາຫາລືຄັ້ງທີໜຶ່ງ, ເຈົ້າໜ້າທີ່ປ້ອງກັນປະເທດບັນດາປະເທດ ໄດ້ແບ່ງປັນທັດສະນະກ່ຽວກັບບາງບັນຫາພົ້ນເດັ່ນໃນປະຈຸບັນ, ເຊິ່ງລວມມີສະພາບຄວາມເຄັ່ງຕຶງໃນແຫຼມເກົາຫຼີ, ໄພນາບຂູ່ຂອງລັດທິກໍ່ການຮ້າຍ ແລະ ການຂັດແຍ້ງກັນຢູ່ທະເລຕາເວັນອອກ.    ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລ້ວນແຕ່ຢັ້ງຢືນວ່າ: ເພື່ອສາມາດຮັບມືຢ່າງມີປະສິດທິຜົນກັບບັນດາສິ່ງທາຍທາຍຄວາມສະຫງົບມີລັກສະນະຂ້າມຊາດນີ້, ບັນດາປະເທດໃນພາກພື້ນຕ້ອງຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືແທດຈິງບົນພື້ນຖານເຂົ້າຮ່ວມຕັ້ງໜ້າ, ເປັນເຈົ້າການເຂົ້າໃນບັນດາກົນໄກຮ່ວມມືໂດຍ ອາຊຽນ ນຳພາຄື: ADMM+, ARF ແລະ EAS. ມີຫຼາຍບົດປະກອບຄວາມເຫັນທີ່ກອງປະຊຸມຖືວ່າ: ບັນຫາປ້ອງກັນຄວາມສະຫງົບບົນທະເລເວົ້າລວມ ແລະ ການຂັດແຍ້ງກັນຢູ່ທະເລຕາເວັນອອກເວົ້າສະເພາະ ແມ່ນສິ່ງທ້າທາຍຄວາມສະຫງົບລວມຢູ່ພາກພື້ນ, ຮຽກຮ້ອງໃຫ້ບັນດາຝ່າຍຕ້ອງແກ້ໄຂໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ບັນດາຄຳໝັ້ນສັນຍາພາກພື້ນຄືຖະແຫຼງການວ່າດ້ວຍການປະພຶດຢູ່ທະເລຕາເວັນອອກ (DOC) ແລະ ມຸ່ງໄປເຖິງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

ຕອບກັບ

ຂ່າວ/ບົດ​ອື່ນ