ຫວຽດນາມ ເຂົ້າຮ່ວມກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ອາຊຽນ - ອີຢູ ຄັ້ງທີ 19

(VOVWORLD) -ໂດຍແມ່ນປະເທດປະສານງານໃນການພົວພັນ ອາຊຽນ - ອີຢູ, ຄະນະຜູ້ແທນຫວຽດນາມ ມີຫລາຍຄຳເຫັນປະກອບສ່ວນທີ່ກອງປະຊຸມ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ອາຊຽນ - ອີຢູ ຄັ້ງທີ 19 - ảnh 1ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ:ນັກຂ່າວ VOV-Indonesia

ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ (AEM) ຄັ້ງທີ 55  ແລະ ບັນດາກອງປະຊຸມກ່ຽວຂ້ອງຢູ່ ນະຄອນ Semarang ປະເທດ ອິນໂດເນເຊຍ, ວັນທີ 20 ສິງຫາ ໄດ້ດຳເນີນກອງປະຊຸມປືກສາຫາລືຂັ້ນລັດຖະມົນຕີເສດຖະກິດ ອາຊຽນ ແລະ ອີຢູ ຄັ້ງທີ 19. ໂດຍແມ່ນປະເທດປະສານງານໃນການພົວພັນ ອາຊຽນ - ອີຢູ, ຄະນະຜູ້ແທນຫວຽດນາມ ມີຫລາຍຄຳເຫັນປະກອບສ່ວນທີ່ກອງປະຊຸມ.

ຫວຽດນາມ ໄດ້ແບ່ງປັນໝາກຜົນຂອງລາຍການເຮັດວຽກກ່ຽວກັບການຄ້າ ແລະ ການລົງທຶນ ອາຊຽນ - ອີຢູ ໃນໄລຍະ 2022 – 2023, ເປັນຕົ້ນແມ່ນຍາດແຍ່ງຂອບເຂດກຸ່ມປະຕິບັດງານຮ່ວມ ອາຊຽນ - ອີຢູ ກ່ຽວກັບດ້ານການຄ້າ ແລະ ການລົງທຶນ ເພື່ອປຶກສາຫາລື, ແບ່ງປັນຂໍ້ມູນ ແລະ ພຶດຕິກຳໃຫ້ດີສຸດກ່ຽວກັບບັນດານະໂຍບາຍ ແລະ ຂໍ້ກຳນົດພາຍໃນປະເທດໃນທຸກຂົງເຂດການຮ່ວມມື ຊື່ງສອງຝ່າຍຕ່າງມີຜົນປະໂຫຍດ. ພ້ອມກັນນັ້ນ ຫວຽດນາມ ກໍ່ລາຍງານລາຍການເຮັດວຽກ ລະຫວ່າງ ອາຊຽນ ແລະ ອີຢູ ກ່ຽວກັບດ້ານການຄ້າ ແລະ ການລົງທຶນ ໄລຍະ 2024 – 2025 ແລະ ໄດ້ຮັບການເຫັນດີຈາກກອງປະຊຸມ.

                                                                   ຟ້າມຫ່າ ນັກຂ່າວ  VOV ປະຈຳ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ