ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຝຣັ່ງໂກໂຟນີ ຄັ້ງທີ 36

(VOVWORLD) - ກອງປະຊຸມລັດຖະມົນຕີ ຝຣັ່ງໂກໂຟນີ ຄັ້ງທີ 36 ໄດ້ດຳເນີນໃນລະຫວ່າງວັນທີ 30 – 31 ຕຸລາ ຢູ່ Monaco, ດ້ວຍການເຂົ້າຮ່ວມຂອງຄະນະຜູ້ແທນກ່ວາ 80 ຄະນະທີ່ມາຈາກບັນດາປະເທດ ແລະ ເຂດແຄ້ວນເປັນສະມາຊິກ ແລະ ນັກສັງເກດການຂອງອົງການ ຝຣັ່ງໂກໂຟນີສາກົນ (OIF). 

ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາປະເທດແລກປ່ຽນກ່ຽວກັບການກຳນົດທິດການຮ່ວມມືບຸລິມະສິດ ແລະ ການປັບປຸງການບໍລິຫານຂອງອົງການ ຝຣັ່ງໂກໂຟນີ ໃນໄລຍະຈະມາເຖິງ, ແນໃສ່ສ້າງອົງການ ຝຣັ່ງໂກໂຟນີ ໃຫ້ກາຍເປັນອົງການຮ່ວມມືຢ່າງມີປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງບັນດາປະເທດສະມາຊິກໃຫ້ດີກ່ວາອີກ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຝຣັ່ງໂກໂຟນີ ຄັ້ງທີ 36 - ảnh 1 ທ່ານເອກອັກຄະລັດຖະທູດ ຫງວຽນທຽບ 

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ຫງວຽນທຽບ ຢືນຢັນວ່າ ຫວຽດນາມ ສະໜັບສະໜູນຄວາມມານະພະຍາຍາມລວມຂອງປະຊາຄົມ ຝຣັ່ງໂກໂຟນີ, ພິເສດແມ່ນໃນການຊຸກຍູ້ການຮ່ວມມືເສດຖະກິດ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາພາກພື້ນ, ການຮ່ວມມືໃນຂົງເຂດປ່ຽນແປງໃໝ່ປະດິດຄິດສ້າງ, ພັດທະນາແບບຍືນຍົງກໍ່ຄືການປະຕິຮູບການບໍລິຫານ ແລະ ວິທີການເຄື່ອນໄຫວ…

        ເນັ້ນໜັກເຖິງບັນຫາສັນຕິພາບ ແລະ ສະຖຽນລະພາບວ່າແມ່ນບັນດາເງື່ອນໄຂຕັດສິນຊີ້ຂາດ ເພື່ອພັດທະນາແບບຍືນຍົງ, ທ່ານເອກອັກຄະລັດຖະທູດ ຫງວຽນທຽບ ໄດ້ຮຽກຮ້ອງໃຫ້ປະຊາຄົມ ຝຣັ່ງໂກໂຟນີ ສືບຕໍ່ມີທັດສະນະຢ່າງພາວະວິໄສ ແລະ ສະໜັບສະໜູນຄວາມມານະພະຍາຍາມຂອງຝ່າຍທີ່ກ່ຽວຂ້ອງຕ່າງໆ ເພື່ອແນໃສ່ສ້າງທະເລຕາເວັນອອກ ໃຫ້ກາຍເປັນພາກພື້ນສັນຕິພາບ, ສະຖຽນລະພາບ ແລະ ຮ່ວມມື.

ຕອບກັບ

ຂ່າວ/ບົດ​ອື່ນ