ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ແລະ ການຄ້າ APEC

ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ແລະ ການຄ້າ APEC - ảnh 1
ພາບປະກອບ

(vovworld) – ​​​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຸດ​ຍອດ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ ອາຊີ - ປາຊີ​ຟິກ (APEC) ຄັ້ງ​ທີ 21 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ, ​ຖືກ​ຈັດ​ຂຶ້ນ​​ແຕ່​ວັນ​ທີ 1 – 8/10 ຢູ່​ໝູ່​ເກາະ ບາ​ລີ, ປະ​ເທດ ອິນ​ໂດ​ເນ​ເຊຍ, ວັນ​ທີ 4/10 ​ໄດ້​​ໄຂ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ, ການ​ຄ້າ APEC. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ - ການ​ຄ້າ ຫງວຽນ​ເກີ໋ມຕູ ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

    ກອງ​ປະຊຸມ​ລັດຖະມົນຕີ APEC ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 4 – 5/10, ສຸມ​​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ຂໍ້​ສະ​ເໜີ​ທີ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ (SOM) APEC ​ໃນ​ກອງ​ປະຊຸມ SOM APEC ທີ່​ດຳ​ເນີນ​ກ່ອນ​ນັ້ນຄືວັນທີ 1 – 2/10, ​ແລະ​ ກະກຽມບັນດາ​ເນື້ອ​ໃນ​ໃຫ້​ແກ່​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ສຸດ​ຍອດ APEC 2013, ​ເຊິ່ງຈະ​ຈັ​ດຂຶ້ນ​ໃນ​ວັນ​ທີ 7 – 8/10, ​ໃນ​ນັ້ນ​ສະ​ຫງວນບຸລິມະສິດ​​ໃຫ້​ແກ່​ການ​ປະຕິບັດ​ບັນດາ​ຈຸດໝາຍ Bogor ກ່ຽວ​ກັບ​ການ​ຫັນ​ການ​ຄ້າ ​ແລະ ການ​ລົງທຶນ​ເປັນ​ເສລີ, ຊຸກຍູ້​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ ​ແລະ ຍຸຕິ​ທຳ, ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່​ພາກ​ພື້ນ, ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ກອງ​ປະຊຸມ​ລັດຖະມົນຕີ​ອົງການ​ການ​ຄ້າ​ໂລກ (WTO) ຄັ້ງ​ທີ 9, ກໍ່​ຈັດ​ຕັ້ງ​ຢູ ບາ​ລີ ​ໃນ​ເດືອນ 12/2013, ​ເພື່ອ​ແນ​ໃສ່​ຊຸກຍູ້​ຮອບ​ເຈລະຈາ ​ໂດ​ຮາ ກ່ຽວ​ກັບ​ການ​ຫັນ​ດານ​ຄ້າ​ທົ່ວ​ໂລກ​, ການ​ຄ້າ​ບໍລິການເປັນ​ເສລີ, ບັນ​ລຸ​ໄດ້​ການ​ຄ້າ ​ແລະ ​ການ​ລົງທຶນ​ເສລີ ​ແລະ ​ເປີ​ດປະຕູ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ, ອຸປະຖຳ​ດ້ານການ​ຄ້າ ​ແລະ ບັນ​​ດາ​ຜະລິດ​ຕະພັນ​ທີ່ປະກອບສ່ວນ​ໃຫ້ການ​ເຕີບ​ໂຕ​ຂຽວ.

ຂ່າວ/ບົດ​ອື່ນ