ຫວຽດ​ນາມ​ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ແພດ ອາ​ຊຽນ ​ຄັ້ງ​ທີ 16 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ

(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີກະຊວງສາທາລະນະສຸກ ລາວ, ບຸນແຝງ ພູມມະໄລສິດ, ແຕ່ວັນທີ 7 – 9 ສິງຫາ, ທ່ານນາງ ດ່າວຮົ່ງລານ ລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ, ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການແພດ ອາຊຽນ ຄັ້ງທີ 16 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽນຈັນ, ລາວ.
ຫວຽດ​ນາມ​ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ແພດ ອາ​ຊຽນ ​ຄັ້ງ​ທີ 16 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ - ảnh 1ບັນດາຜູ້ແທນຖ່າຍຮູບນຳກັນຢູ່ກອງປະຊຸມ (ພາບ: TTXVN)

ຢູ່ກອງປະຊຸມລັດຖະມົນຕີການແພດ ອາຊຽນ ຄັ້ງທີ 16, ທ່ານນາງ ດ່າວຮົງລານ ໄດ້ມີບົດກ່າວປາໄສສຳຄັນ ເນັ້ນໜັກເຖິງການເພີ່ມທະວີລະບົບການແພດພາຍຫຼັງໂລກລະບາດໃນພາກພື້ນ ຜ່ານການເພີ່ມທະວີຄວາມສາມາດໃນການຮັບມືທາງດ້ານການແພດສາທາລະນະ, ປັບປຸງຄວາມສາມາດໃນການສຳຜັດກັບບັນດາການບໍລິການເບິ່ງແຍງດູແລສຸຂະພາບທີ່ຈຳເປັນ, ລົງທຶນເຂົ້າພື້ນຖານໂຄງລ່າງ ແລະ ເຕັກໂນໂລຢີການແພດ; ການຮ່ວມມື ແລະ ສາມັກຄີໃນພາກພື້ນ.

ທີ່ກອງປະຊຸມ ລັດຖະມົນຕີສາທາລະນະສຸກ ອາຊຽນ + 3 ຄັ້ງທີ 10 ດ້ວຍຫົວຂໍ້ “ເພີ່ມທະວີຄວາມໝັ້ນຄົງທາງດ້ານສາທາລະນະສຸກ ອາຊຽນ”, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໄດ້ຍົກອອກຂໍ້ສະເໜີກ່ຽວກັບການຊຸກຍູ້ບັນດາໂອກາດຮ່ວມມືຍົກລະດັບ, ປະສົມປະສານ, ເຊື່ອມຕໍ່ບັນດາລະບົບເຕັກໂນໂລຢີຂໍ້ມູນຂ່າວສານ ພ້ອມກັບການຫມູນໃຊ້ປັນຍາປະດິດໃນວຽກນງານການແພດປ້ອງກັນ ແລະ ຄຸ້ມຄອງໂລກລະບາດ ເພື່ອອາດຈະປະຕິບັດວຽກງານປົກປ້ອງສຸຂະພາບໃຫ້ແກ່ປະຊາຊົນ ແລະ ຮັບປະກັນຄວາມໝັ້ນຄົງທາງການແພດໄດ້ເປັນຢ່າງດີກ່ວາ.

ຢູ່ກອງປະຊຸມລັດຖະມົນຕີສາທາລະນະສຸກ ອາຊຽນ - ສ.ເກົາຫຼີ ຄັ້ງທີ 2, ກອງປະຊຸມ ລັດຖະມົນຕີສາທາລະນະສຸກ ອາຊຽນ - ຈີນ ຄັ້ງທີ 9, ກອງປະຊຸມພິເສດລັດຖະມົນຕີສາທາລະນະສຸກ ອາຊຽນ - ອາເມລິກາ ທ່ານນາງ ດ່າວຮົ່ງລານ ໄດ້ມີບົດກ່າວປາໄສສຸມໃສ່ບັນດາເນື້ອໃນຊຸກຍູ້ກົນໄກຮ່ວມມື, ສົມທົບກັນລະຫວ່າງບັນດາປະເທດ ອາຊຽນ ແລະ ສ.ເກົາຫຼີ ກ່ຽວກກັບການແພດດີຈີຕອນ, ລວມມີການໜູນຊ່ວຍການກວດ ປິ່ນປົວພະຍາດ, ບຳລຸງສ້າງແບບທາງໄກ…

ທ່ານນາງ ດ່າວຮົ່ງລານ ກໍ່ແບ່ງປັນກ່ຽວກັບລະບົບການແພດ ຫວຽດນາມ ແລະ ຍົກອອກທິດທາງຂອງອາຊຽນ ເພື່ອບັນລຸໄດ້ບັນດາເປົ້າໝາຍນີ້ຄື: ພັດທະນາລະບົບການແພດທີ່ມີຄວາມສາມາດໃນກການຮັບມື ແລະ ຍືນຍົງ, ປັບຕົວຢ່າງມີໄຫວພິບ, ປະສິດທິຜົນໃນສະພາບການໃໝ່, ພັດທະນາ ແລະ ປ່ຽນແປງລະບົບການແພດຕາມທິດມຸ່ງໄປເຖິງເປົ້າໝາຍທົ່ວປວງຊົນ, ເອົາໃຈໃສ່ເຖິງທຸກດ້ານຂອງປະຊາກອນ, ສຸມໃສ່ຄົ້ນຄ້ວາວິທະຍາສາດ, ໝູນໃຊ້ເຕັກໂນໂລຢີສູງໃນການປ້ອງກັນ, ຕ້ານ, ກວດພົບ, ບົງມະຕິພະຍາດ ແລະ ປິ່ນປົວພະຍາດ…

ຕອບກັບ

ຂ່າວ/ບົດ​ອື່ນ