ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຄູ່​ຮ່ວມ​ມື​ກ່ຽວ​ກັບ​ການ​ເຕີບ​ໂຕ​ຂຽວ ແລະ ເປົ້າ​ໝາຍ​ທົ່ວ​ໂລກ 2030

(VOVWORLD) -ກອງປະຊຸມມີ ຫົວເລື່ອງ “ການຟື້ນຟູຂຽວກວມລວມ ມຸ່ງໄປເຖິງເປົ້າໝາຍກາກບອນເປັນກາງ”.
ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຄູ່​ຮ່ວມ​ມື​ກ່ຽວ​ກັບ​ການ​ເຕີບ​ໂຕ​ຂຽວ ແລະ ເປົ້າ​ໝາຍ​ທົ່ວ​ໂລກ 2030 - ảnh 1

(ພາບປະກອບ: Shutterstock)

    ໂດຍໄດ້ຮັບຄຳເຊີນຂອງປະທານາທິບໍດີ ສ.ເກົາຫຼີ Moon Jae In, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືກ່ຽວກັບການເຕີບໂຕຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G) ຄັ້ງທີ 2 ຕາມຮູບການທາງອອນລາຍ ແຕ່ວັນທີ 30-31 ພຶດສະພາ.

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຄູ່​ຮ່ວມ​ມື​ກ່ຽວ​ກັບ​ການ​ເຕີບ​ໂຕ​ຂຽວ ແລະ ເປົ້າ​ໝາຍ​ທົ່ວ​ໂລກ 2030 - ảnh 2

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ (ພາບ: VGP/Nhật Bắc )

     ດ້ວຍຫົວເລື່ອງ “ການຟື້ນຟູຂຽວກວມລວມ ມຸ່ງໄປເຖິງເປົ້າໝາຍກາກບອນເປັນກາງ”. ທີ່ວາລະໂອ້ລົມສົນທະນາຂັ້ນສູງ, ການນຳບັນດາປະເທດຈະສຸມໃສ່ແລກປ່ຽນ 3 ເນື້ອໃນບຸລິມະສິດ ລວມມີການຟື້ນຟູຂຽວຈາກ ໂຄວິດ 19, ຄວາມານະຍະຍາຍາມຂອງວົງຄະນະຍາດສາກົນ ເພື່ອບັນລຸເປົ້າໝາຍກາກບອນເປັນກາງຮອດປີ 2050, ເພີ່ມທະວີການກະທຳເພື່ອດິນຟ້າອາກາດ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກລະຫວ່າງການຮ່ວມມືພາກລັດ-ພາກເອກະຊົນ.

  ການເຂົ້າຮ່ວມຂອງຫວຽດນາມ ທີ່ກອງປະຊຸມສຸດຍອດຄູ່ຮ່ວມມືກ່ຽວກັບການເຕີບໂຕຂຽວ ແລະ ເປົ້າໝາຍທົ່ວໂລກ 2030 (P4G)  ສືບຕໍ່ຢືນຢັນການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງຫວຽດນາມ ໃນການຊຸກຍູ້ການພັດທະນາແບບຍືນຍົງ, ການເຕີບໂຕຂຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພ້ອມທັງຊຸກຍູ້ການຮ່ວມມືສາກົນໃນບັນດາບັນຫາບຸລິມະສິດຂອງຫວຽດນາມ. ບັນດາການກຳນົດທິດຂອງທ່ານນາຍົກລັດຖະມົນຕີທີ່ກອງປະຊຸມ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ຈະປະກອບສ່ວນສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ