ຫວຽດນາມ ເຂົ້າ​ຮ່ວມ​ກອງ​ປະຊຸມສະພາ​ກາ​ແດງ​ ​ແລະ ຊີກວົງ​ເດືອນ​ແດງ​ສາກົນ ຄັ້ງ​ທີ 33 ຢ່າງ​ຕັ້ງໜ້າ

(VOVWORLD) -  ກອງປະຊຸມສະພາກາແດງ ແລະ ຊີກວົງເດືອນແດງສາກົນຄ້ັງທີ 33  ດ້ວຍຫົວຂໍ້ “ກະທໍາໃນມື້ນີ້ ເພື່ອສ້າງສາໃຫ້ອະນາຄົດ” ໄດ້ໄຂຂຶ້ນໃນຕອນຄໍ່າວັນທີ 9 ທັນວາ ຢູ່ ເຊີແນວ ປະເທດ ສະວິດ ດ້ວຍການເຂົ້າຮ່ວມຂອງຄະນະກໍາມະການກາແດງສາກົນ, ສະຫະພັນສະພາກາແດງ ແລະ ຊີກວົງເດືອນແດງສາກົນ ແລະ ສະພາກາແດງ ແລະ ຊີກວົງເດືອນແດງ ທີ່ມາຈາກ 192 ປະເທດ.
ຫວຽດນາມ ເຂົ້າ​ຮ່ວມ​ກອງ​ປະຊຸມສະພາ​ກາ​ແດງ​ ​ແລະ ຊີກວົງ​ເດືອນ​ແດງ​ສາກົນ ຄັ້ງ​ທີ 33 ຢ່າງ​ຕັ້ງໜ້າ - ảnh 1ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ໃນໄລຍະເຂົ້າຮ່ວມກອງປະຊຸມ ແຕ່ວັນທີ 9 ຫາວັນທີ 12 ທັນວາ, ຄະນະຜູ້ແທນຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກສອງຝ່າຍກັບ ປະທານຄະນະກໍາມະການສະພາກາແດງສາກົນ, ປະທານສະຫະພັນ ແລະ ເລຂາທິການໃຫຍ່ສະຫະພັນສະພາກາແດງສາກົນ, ປະທານ ແລະ ການນໍາສະພາກາແດງບາງປະເທດຄູ່ຮ່ວມມືຄື ອາເມລິກາ, ເຢຍລະມັນ, ຝລັ່ງ, ຊູແອັດ, ອົດສະຕາລີ, ສິງກະໂປ, ອາຣັບບິ ຊະອຸດິ ແລະ ບາງປະເທດຢູ່ພາກພື້ນຕາເວັນອອກກາງ; ເປັນປະທານຂອງບັນດາວາລະປະຊຸມຂອງການນໍາບັນດາສະພາກາແດງ, ຊີກວົງເດືອນແດງ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ທີ່ຖືກຈັດຂຶ້ນຢູ່ນອກຂອບເຂດກອງປະຊຸມ.

        ໃນກອງປະຊຸມ, ດ້ວຍຖານະເປັນປະເທດສະມາຊິກເຈົ້າພາບຈັດຕັ້ງ ກອງປະຊຸມການນໍາບັນດາສະພາກາແດງ, ຊີກວົງເດືອນແດງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃນປີ 2020, ຄະນະຜູ້ແທນຫວຽດນາມ ຈະຕາງໜ້າໃຫ້ ສະພາກາແດງບັນດາປະເທດອາຊຽນ ສະເໜີບົດປະກອບຄໍາເຫັນຢູ່ບັນດາວາລະປະຊຸມເປັນທາງການ, ປະກອບສ່ວນໂດຍກົງເຂົ້າໃນບັນດາຂໍ້ຕົກລົງ, ແຜນນະໂຍບາຍ, ນະໂຍບາຍຂອງຂະບວນການ, ບັນຫາຈັດຕັ້ງ ແລະ ການເຄື່ອນໄຫວທີ່ມີລັກສະນະກໍານົດທິດຂອງຂະບວນການ. 

ຕອບກັບ

ຂ່າວ/ບົດ​ອື່ນ