ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາຜູ້​ວ່າ​ການ​ອົງ​ການ​ພະ​ລັງ​ງານ​ປະ​ລາ​ມາ​ນູ​ສາ​ກົນ

(VOVWORLD) - ຫວຽດນາມ ຍາມໃດກໍ່ສະໜັບສະໜູນບົດບາດຂອງ IAEA, ຕີລາຄາສູງບັນດາໂຄງການຮ່ວມມືດ້ານເຕັກນິກ, ເປັນຕົ້ນແມ່ນບັນດາໂຄງການທີ່ພວມໄດ້ຮັບການຜັນຂະຫຍາຍລະຫວ່າງ ຫວຽດນາມ ແລະ IAEA.
ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາຜູ້​ວ່າ​ການ​ອົງ​ການ​ພະ​ລັງ​ງານ​ປະ​ລາ​ມາ​ນູ​ສາ​ກົນ - ảnh 1ທ່ານເອກອັກຄະລັດຖະທູດ ຫງວຽນຈຸງກຽນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 5 ມິຖຸນາ, ຢູ່ວຽນນາ, ປະເທດ ໂອຕາລິດ, ໄຂກອງປະຊຸມປະຈຳໄລຍະສະພາຜູ້ວ່າການ ອົງການພະລັງງານປະລາມານູສາກົນ (IAEA) ໄດ້ໄຂຂຶ້ນດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າ 35 ປະເທດສະມາຊິກສະພາ, ພ້ອມກັບບາງປະເທດສະມາຊິກ IAEA ແລະ ອົງການຈັດຕັ້ງສາກົນ ໃນຖານະເປັນນັກສັງເກດການ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນຈຸງກຽນ, ຜູ້ວ່າການ, ຜູ້ຕາງໜ້າປະຈຳການຂອງຫວຽດນາມ ຢູ່ IAEA ນຳໜ້າ.

ເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຈຸງກຽນ ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການສະໜັບສະໜູນການເຜີຍແຜ່ອາວຸດ, ມຸ່ງໄປເຖິງການຫຼຸດຜ່ອນອາວຸດ ນິວເຄຼຍແບບສິ້ນເຊິງ, ທ່ານເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການລະຫວ່າງສາມເສົາຄ້ຳຂອງສົນທິສັນຍາວ່າດ້ວຍການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT), ຜ່ານນັ້ນກໍ່ຍົກສູງສິດຂອງບັນດາປະເທດໃນການນຳໃຊ້ພະລັງງານ ແລະ ໝູນໃຊ້ເຕັກໂນໂລຢີນິວເຄຼຍ ເພື່ອເປົ້າໝາຍສັນຕິພາບບົນພື້ນຖານກົດໝາຍສາກົນ ແລະ ພັນທະຕໍ່ NPT, ຍົກສູງຄວາມມານະພະຍາຍາມ ແລະ ຜົນສຳເລັດຂອງ ຫວຽດນາມ ໃນຂົງເຂດກວດກາອາວຸດນິວເຄຼຍ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນບົດບາດຂອງ IAEA, ຕີລາຄາສູງບັນດາໂຄງການຮ່ວມມືດ້ານເຕັກນິກ, ເປັນຕົ້ນແມ່ນບັນດາໂຄງການທີ່ພວມໄດ້ຮັບການຜັນຂະຫຍາຍລະຫວ່າງ ຫວຽດນາມ ແລະ IAEA.

ຕອບກັບ

ຂ່າວ/ບົດ​ອື່ນ