ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ WIPO 2019

(VOVWORLD) -ກອງປະຊຸມຄັ້ງທີ 59 ຂອງກອງປະຊຸມສະມັດຊາໃຫຍ່ ບັນດາປະເທດສະມາຊິກຂອງ ອົງການຊັບສິນທາງປັນຍາໂລກ (WIPO) ຖືກໄຂຂຶ້ນໃນວັນທີ 30 ກັນຍາຢູ່ ເຊີແນວ ປະເທດ ສະວິດ. ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກວ່າ 1.000 ທ່ານ ທີ່ມາຈາກ 191 ປະເທດສະມາຊິກ. ຄະນະຫວຽດນາມ ໂດຍ ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຈູງອກແອັງ ນໍາໜ້າ.
ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ WIPO 2019  - ảnh 1ກອງປະຊຸມໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກວ່າ 1.000 ທ່ານ ທີ່ມາຈາກ 191 ປະເທດສະມາຊິກ (ພາບ: nhandan.com.vn)

        ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມ, ທ່ານລັດຖະມົນຕີ ຈູງອກແອັງ ເນັ້ນໜັກວ່າ: ອາຊຽນ ພວມຍູ້ແຮງການຜັນຂະຫຍາຍບັນດາຂໍ້ລິເລີ່ມກ່ຽວກັບການປ່ຽນແປງໃໝ່ຫົວຄິດປະດິດສ້າງ ເພື່ອໄປທັນກັບການປະຕິວັດອຸດສາຫະກໍາ 4.0. ທີ່ກອງປະຊຸມສະມັດຊາໃຫຍ່ຄັ້ງນີ້, ມາເລເຊຍ ຈະຍື່ນສະເໜີສໍາເນົາເອກະສານເຂົ້າຮ່ວມອະນຸສັນຍາ ມາດຣິດ ກ່ຽວກັບການລົງທະບຽນຍີ່ຫໍ່ລະດັບໂລກ, ຍົກຈໍານວນສະມາຊິກຂອງ ອາຊຽນ ທີ່ເຂົ້າຮ່ວມອະນຸສັນຍາດັ່ງກ່າວຂຶ້ນເປັນ 9 ປະເທດ. ກໍາປູເຈຍ ກໍຈະຍື່ນສະເໜີສໍາເນົາເອກະສານເຂົ້າຮ່ວມສົນທິສັນຍາ Bern ແລະ ຫວຽດນາມ ຈະຍື່ນສະເໜີສໍາເນົາເອກະສານເຂົ້າຮ່ວມ ສັນຍາ ລາໄຮ ກ່ຽວກັບການລົງທະບຽນຮູບແບບອຸດສາຫະກໍາລະດັບໂລກ. ສໍາລັບຝ່າຍຫວຽດນາມ, ທ່ານລັດຖະມົນຕີ ຈູງອກແອັງ ເນັ້ນໜັ້ກວ່າ: ລັດຖະບານ ຫວຽດນາມ ປະກາດໃຊ້ນະໂນບາຍ, ມາດຕະການເພື່ອແນໃສ່ຍົກສູງດັດຊະນີປ່ຽນແປງໃໝ່ຫົວຄິດປະດິດສ້າງ (GII) ຂອງຫວຽດນາມ. ປີ 2018, ດັດຊະນີ GII ຂອງຫວຽດນາມ ເລື່ອນ 3 ຂັ້ນ ຂຶ້ນຢູ່ອໍາດັບທີ 42, ເຊິ່ງເປັນປະເທດນໍາໜ້າໃນກຸ່ມບັນດາປະເທດທີ່ມີລາຍຮັບປານກາງລະດັບຕໍ່າ.

        ຢູ່ນອກກອງປະຊຸມ, ທ່ານລັດຖະມົນຕີ ຈູງອກແອັງ ໄດ້ມີການເຮັດວຽກ ແລະ ສົ່ງສໍາເນົາເອກະສານເຂົ້າຮ່ວມສັນຍາ ລາໄຮ ໃຫ້ແກ່ ທ່ານຜູ້ອໍານວຍການໃຫຍ່ WIPO Francis Gurry. ດ້ວຍການເຂົ້າຮ່ວມສັນຍາສະບັບດັ່ງກ່າວ, ປັດຈຸບັນ ຫວຽດນາມ ແມ່ນປະເທດສະມາຊິກຂອງສົນທິສັນຍາທັງ 3 ສະບັບ ກ່ຽວກັບການລົງທະບຽນສໍາລັບການປະດິດແຕ່ງ, ຍີ່ຫໍ້ ແລະ ຮູບແບບອຸດສາຫະກໍາລະດັບໂລກ ໂດຍ ອົງການ WIPO ຄຸ້ມຄອງ.

        ຕອນຄໍ່າຂອງວັນດຽວກັນ ໄດ້ດໍາເນີນພິທີລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືກ່ຽວກັບ GII ແລະ ຂໍ້ຕົກລົງວ່າດ້ວຍການຮ່ວມມືກ່ຽວກັບສະພາບແວດລ້ອມກໍ່ສ້າງຊັບສິນທາງປັນຍາ ລະຫວ່າງ ສະຖາບັນວິທະຍາສາດ, ເຕັກໂນໂລຢີ ແລະ ປ່ຽນແປງໃໝ່ຫົວຄິດປະດິດສ້າງ ແລະ ກົມຊັບສິນທາງປັນຍາ ກັບ WIPO.


ຕອບກັບ

ຂ່າວ/ບົດ​ອື່ນ