ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະຫຼຸບ 5 ປີ​ແຫ່ງການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ຫ້າມ​ອາ​ວຸດ​ເຄ​ມີ

(VOVWORLD) - ເນື່ອງໃນໂອກາດນີ້, OPCW ໄດ້ເປີດນຳໃຊ້ສູນເຕັກນິກ ລວມມີບັນດາຫ້ອງທົດລອງທັນສະໄໝທີ່ມີຊື່ວ່າ Centre ChemTech.
ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະຫຼຸບ 5 ປີ​ແຫ່ງການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ຫ້າມ​ອາ​ວຸດ​ເຄ​ມີ - ảnh 1ກອງປະຊຸມສະຫຼຸບ 5 ປີແຫ່ງການປະຕິບັດສົນທິສັນຍາຫ້າມອາວຸດເຄມີ (ພາບ: TTXVN)

ທ່ານ ຟ້າມວຽດແອັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ຜູ້ຕາງໜ້າຫວຽດນາມ ປະຈຳ ອົງການຫ້າມອາວຸດເຄມີ (OPCW), ໄດ້ເຂົ້າຮ່ວມວາລະໄຂກອງປະຊຸມສະຫຼຸບ 5 ປີຄັ້ງທີ 5 (RC-5) ກ່ຽວກັບການປະຕິບັດສົນທິສັນຍາຫ້າມອາວຸດເຄມີ (CWC). ກອງປະຊຸມໄດ້ດຳເນີນໃນລະຫວ່າງວັນທີ 15 - 19 ພຶດສະພາຢູ່ La Haye, ໂຮນລັງ. ທີ່ກອງປະຊຸມ, ໄດ້ເຫັນດີເປັນເອກະພາບເລືອກຕັ້ງ ທ່ານເອກອັກຄະລັດຖະທູດໂຮນລັງປະຈຳ OPCW ດຳລົງຕຳແໜ່ງເປັນປະທານກອງປະຊຸມພ້ອມກັບບັນດາຮອງປະທານຜູ້ຕາງໜ້າບັນດາກຸ່ມປະເທດປະຈຳ OPCW ບໍລິຫານກອງປະຊຸມ.

ເນື່ອງໃນໂອກາດນີ້, OPCW ໄດ້ເປີດນຳໃຊ້ສູນເຕັກນິກ ລວມມີບັນດາຫ້ອງທົດລອງທັນສະໄໝທີ່ມີຊື່ວ່າ Centre ChemTech. ນີ້ແມ່ນບ່ອນເຕົ້າໂຮມ, ສົມທົບຄວາມມານະພະຍາຍາມຂອງບັນດານັກວິທະຍາສາດ, ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ ອົງການຈັດຕັ້ງສັງຄົມພົນລະເຮືອນ, ອຸດສາຫະກຳ ແລະ ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ແລະ ຈະກາຍເປັນສູນໜູນຊ່ວຍ, ບຳລຸງສ້າງໃຫ້ແກ່ບັນດາປະເທດ, ພິເສດແມ່ນປະເທດພວມພັດທະນາຍົກສູງຄວາມສາມາດໃນການປະຕິບັດ ອະນຸສັນຍາວ່າດ້ວຍອາວຸດເຄມີ (CWC).

ຕອບກັບ

ຂ່າວ/ບົດ​ອື່ນ