ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ບັນ​ດາ​ພັກ​ການ​ເມືອງ ອາ​ຊີ

(VOVWORLD) -  ຢູ່ນອກບັນດາການເຄື່ອນໄຫວຂອງ ICAPP ຢູ່ໄທ, ຄະນະຜູ້ແທນ ຫວຽດນາມ ໄດ້ມີການພົບປະສອງຝ່າຍກັບບັນດາຄະນະຜູ້ແທນພັກ ເຂົ້າຮ່ວມກອງປະຊຸມ, ເພື່ອແນໃສ່ແລກປ່ຽນມາດຕະການຊຸກຍູ້ການພົວພັນກັບບັນດາພັກ, ບັນດາປະເທດ.
ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ບັນ​ດາ​ພັກ​ການ​ເມືອງ ອາ​ຊີ - ảnh 1ຄະນະຜູ້ແທນ ຫວຽດນາມເຂົ້າຮ່ວມກອງປະຊຸມ ICAPP (ພາບ: VOV)

ໃນລະຫວ່າງວັນທີ 27 – 30 ພຶດສະພາ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ໂງເລວັນ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ຄະນະປະຈຳຄັ້ງທີ 41 ແລະ ກອງປະຊຸມສະພາດຳເນີນທຸລະກິດຄັ້ງທີ 2 (IBC - 2) ກອງປະຊຸມສາກົນ ບັນດາພັກການເມືອງ ອາຊີ  (ICAPP) ຢູ່ນະຄອນຫຼວງ ບາງກອກ, ໄທ. ເສີມຂະຫຍາຍບົດບາດແມ່ນກຳມະການຄະນະປະຈຳ  ICAPP ຢ່າງຕໍ່ເນື່ອງໃນຫຼາຍອາຍຸການຜ່ານມາ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມປະກອບສ່ວນຕັ້ງໜ້າເຂົ້າໃນການການຜັນຂະຫຍາຍບັນດາເປົ້າໝາຍຂອງ ICAPP. ຢູ່ນອກບັນດາການເຄື່ອນໄຫວຂອງ ICAPP ຢູ່ໄທ, ຄະນະຜູ້ແທນ ຫວຽດນາມ ໄດ້ມີການພົບປະສອງຝ່າຍກັບບັນດາຄະນະຜູ້ແທນພັກ ເຂົ້າຮ່ວມກອງປະຊຸມ, ເພື່ອແນໃສ່ແລກປ່ຽນມາດຕະການຊຸກຍູ້ການພົວພັນກັບບັນດາພັກ, ບັນດາປະເທດ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດທະນາການ ກຳນົດທິດບັນດາຈຸດສຸມສຳຄັນຂອງ ICAPP ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ