ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາສາກົນກ່ຽວກັບສາສະໜາພຸດຢູ່ ອິນເດຍ

(VOVWORLD) -ໃນລະຫ່ວາງວັນທີ 8-9 ກຸມພາ ຢູ່ນະຄອນ Bhubaneswar, ລັດ Odishaປະເທດ ອິນເດຍ ໄດ້ດຳເນີນກອງປະຊຸມສຳມະນາສາກົນມີຫົວຂໍ້ “ສາສະໜາພຸດ:ບົດບາດເຊື່ອມຕໍ່ວັດທະນະທຳ, ຂົວຕໍ່ສັງຄົມ ແລະ ຕົ້ນກຳເນີດສັນຕິພາບສາກົນ”, ໂດຍມະຫາວິທະຍາໄລ Utkal ສົມທົບກັບ ມະຫາວິທະຍາໄລ Jawaharlah Nehru ແລະ ສະຖະບັນຄົ້ນຄ້ວາ ອິນເດຍ - ປາຊິຟິກ ຈັດຕັ້ງຂື້ນ.
ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາສາກົນກ່ຽວກັບສາສະໜາພຸດຢູ່ ອິນເດຍ - ảnh 1ການນຳເຂົ້າຮ່ວມ ກອງປະຊຸມສຳມະນາສາກົນກ່ຽວກັບສາສະໜາພຸດຢູ່ ອິນເດຍ (ພາບ: TTXVN)

ມີບົດປະກອບຄຳເຫັນຫຼາຍບົດຂອງບັນດານັກຮຽນຮູ້ສາກົນລ້ວນແຕ່ມຸ່ງໄປສູ່ຄຸນຄ່າເຊື່ອມຕໍ່ວັດທະນະທຳຂອງສາສະໜາພູດກໍ່ຄືບັນດາຜົນສະທ້ອນຂອງສາສະໜາພຸດໃນຊິວິດສັງຄົມກໍ່ຄືການເມືອງໃນປະຈຸບັນນີ້. ກອງປະຊຸມສຳມະນາກໍ່ແລກປຽນຫຼາຍບັນຫາກັບບັນດານັກຮຽນຮູ້ອິນເດຍ, ອົດສະຕາລີ, ແບນຊິກ ກ່ຽວກັບບົດບາດເຊື່ອມຕໍ່ວັດທະນະທຳ, ຂົວຕໍ່ສັງຄົມ ແລະ ຕົ້ນກຳເນີດສັນຕິພາບໂລກຂອງສາສະໜາພຸດ.

ໃນບົດປະກອບຄຳເຫັນຂອງຕົນ, ຜູ້ຕາງໜ້າຂອງ ຫຽດນາມ ໄດ້ເນັ້ນໜັກເຖິງບັນດາກະແສຟອງໃນການພົວພັນແລກນ່ຽນ, ຮັບ ແລະ ເຜີຍແຜ່ວັດທະນະທຳ ຫວຽດນາມ-ອິນເດຍ, ບົດບາດຂອງສາສະໜາພຸດ ຫວຽດນາມ ໃນ ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ