ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ ປ້ອງກັນຊາດຂັ້ນສູງ ອາຊຽນ ເປີດກ້ວາງ

ຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ ປ້ອງກັນຊາດຂັ້ນສູງ ອາຊຽນ ເປີດກ້ວາງ - ảnh 1

ພົນ​ໂທ Nguyen Chi Vinh ​ເຂົ້າຮ່ວມ​ກອງ​ປະຊຸມ

(ພາບ:nguyenchivinh.org)

( vovworld ) –  ວັນ​ທີ 26/4, ຢູ່​ຊຽມຣຽບ (ກຳປູ​ເຈຍ), ກອງ​ປະຊຸມ​ເຈົ້າໜ້າ​ທີ່​ປ້ອງ​ກັນຊາ​ດຂັ້ນສູງ ອາຊຽນ ​ເປີດ​ກ້ວາງ (ADSOM+) ​ໄດ້​ໄຂ​ຂຶ້ນ​ດ້ວຍ​ການ​ເຂ​ົ້າຮ່ວມ​ຂອງ 10 ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ 8 ປະ​ເທດ​ຄູ່​ຮ່ວມມືຊື່​ງລວມມີ: ອົດ​ສະ​ຕາ​ລີ, ຈີນ, ຍີ່ປຸ່ນ, ສ​ເກ​ົາຫຼີ, ນີວຊີ​ແລນ, ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ພົນ​ໂທ Nguyen Chi Vinh ນຳ​ໜ້າ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ Tia Banh ຮອງນາຍົກລັດຖະມົນຕີລາຊະ​ອານາຈັກ​ກຳປູ​ເຈຍ ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ກຳປູ​ເຈຍ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ອາຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື ຈົ່ງ​ຮັກສາ​ບົດບາດ​ຫຼັກ​ແຫຼ່ງ ​ແລະ ຕັ້ງໜ້າ​ເພື່ອ​ກາຍ​ເປັນ​ກຳລັງ​ທີ່​ສຳຄັນ​ທີ່​ສຸດ ​ໃນ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ​ຢ່າງ​ເປີດ​ເຜີຍ, ກະຈ່າງ​ແຈ້ງ, ປະກອບສ່ວນ​ສະໜັບສະໜູນ ​ແລະ ຊຸກຍູ້​ເລື່ອງ​ສ້າງຕັ້ງປະຊາ​ຄົມ​ການ​ເມືອງ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ອາ​ຊຽນ​ໃນ​ປີ 2015. ຕາມ​ລາຍການ​ແລ້ວ, ຢູ່ ADSOM+ ຄັ້ງນີ້, ຜູ້​ຕາງ​ໜ້າ​ປະ​ເທດ​ຕ່າງໆ ຈະ​ແລກປ່ຽນ​ທັດສະນະ​ກ່ຽວ​ກັບ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ ​ແລະ ບັນດາ​ບັນຫາ​ການ​ປ້ອງ​ກັນຊາ​ດ; ປຶກສາ​ຫາລື​, ​ເອກະ​ພາບ​ກັບ​ຮ່າງ​ບົດ​ລາຍ​ງານ​ທີ່​ຈະ​ຍື່ນ​ສະ​ເໜີ​ທີ່​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດອາຊຽນ​ເປີດ​ກ້ວາງ (ADMM+) ກ່ຽວກັບການຈັດຕັ້ງ ຈາກ 3 ປີເທື່ອ 1 ປ່ຽນ​ມາເປັນ 2 ປີເທື່ອ 1.

 

 

 

 

ຂ່າວ/ບົດ​ອື່ນ