ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ບໍ​ລິ​ຫານ​ວາ​ລະ​ປຶກ​ສາ​ຫາ​ລື​ລວມ​ຂອງ ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸ​ດ​ທີ 77

(VOVWORLD) -ບັນດາສິ່ງທ້າທາຍໃນທົ່ວໂລກຄື ຄວາມໝັ້ນຄົງດ້ານສະບຽງອາຫານ, ພະລັງງານ, ຄວາມຂາດຍຸຕິທຳ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG), ຄວາມໝັ້ນຄົງທາງເຄືອຂ່າຍອີນເຕີເນັດ ກໍຮຽກຮ້ອງໃຫ້ບັນດາປະເທດພ້ອມກັນຮ່ວມມື, ເຈລະຈາເພື່ອມຸ່ງໄປເຖິງອະນາຄົດ.
ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ບໍ​ລິ​ຫານ​ວາ​ລະ​ປຶກ​ສາ​ຫາ​ລື​ລວມ​ຂອງ ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸ​ດ​ທີ 77 - ảnh 1ວາລະປຶກສາຫາລືລວມຂອງສະມັດຊາໃຫຍ່ ສປຊ ຊຸດທີ 77 (ພາບ: VOV)

ວາລະປຶກສາຫາລືລວມຂອງສະມັດຊາໃຫຍ່ ສປຊ ຊຸດທີ 77 ໄດ້ໄຂຂຶ້ນໃນວັນທີ 20 ກັນຍາ ດ້ວຍຫົວຂໍ້ “ບາດລ້ຽວ: ບັນດາມາດຕະການຜັນປ່ຽນຕໍ່ໜ້າສິ່ງທ້າທາຍໃນການເຊື່ອມຕໍ່”. ເຂົ້າຮ່ວມເຫດການນີ້ ລວມມີທ່ານເລຂາທິການໃຫຍ່ ສປຊ Antonio Guterres, ທ່ານ Csaba Korosi ປະທານສະມັດຊາໃຫຍ່ື ສປຊ ຊຸດທີ 77 ພ້ອມດ້ວຍການນຳລັດ, ລັດຖະບານບັນດາປະເທດສະມາຊິກ ສປຊ. ທີ່ພິທີໄຂ, ທ່ານເລຂາທິການໃຫຍ່ ສປຊ ຖືວ່າ ສະພາບການໂລກນັບມື້ນັບຖືກແບ່ງແຍກ ແລະ ເຕັມໄປດ້ວຍສິ່ງທ້າທາຍ ແຕ່ກໍຍັງມີຄວາມຫວັງຫຼາຍຢ່າງຖ້າຫາກວ່າ ປະຊາຄົມສາກົນສາມາດຮ່ວມແຮງຮ່ວມໃຈປະກອບສ່ວນພ້ອມກັນກະທຳ. ບັນດາສິ່ງທ້າທາຍໃນທົ່ວໂລກຄື ຄວາມໝັ້ນຄົງດ້ານສະບຽງອາຫານ, ພະລັງງານ, ຄວາມຂາດຍຸຕິທຳ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG), ຄວາມໝັ້ນຄົງທາງເຄືອຂ່າຍອີນເຕີເນັດ ກໍຮຽກຮ້ອງໃຫ້ບັນດາປະເທດພ້ອມກັນຮ່ວມມື, ເຈລະຈາເພື່ອມຸ່ງໄປເຖິງອະນາຄົດ.

        ໃນຖານະບົດບາດເປັນຮອງປະທານສະມັດຊາໃຫຍ່ ສປຊ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເຂົ້າຮ່ວມການບໍລິຫານພິທີໄຂວາລະປຶກສາຫາລືລວມ. ວາລະປຶກສາຫາລືລວມຂອງສະມັດຊາໃຫຍ່ ສປຊ ຊຸດທີ 77 ຈະແກ່ຍາວຮອດວັນທີ 26 ກັນຍາ.

ຟ້າມຮວັນ - VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ